ທ່ານ ເນທັນຢາຮູ ປະນາມເຫດໂຈມຕີ ລະຫວ່າງຊາວອາຣັບກັບຊາວຢິວ

ທ່ານ ເບັນຈາມິນ ເນຕັນຢາຮູ ນາຍົກລັດຖະມົນຕີອິສລາແອນ ປະນາມເຫດການປະທະກັນລະຫວ່າງຊາວອາຣັບກັບຊາວຢິວ ທີ່ເກີດຂຶ້ນໃນຫລາຍເມືອງຂອງອິສລາແອນ ແລະ ທະວີຄວາມຮຸນແຮງ ຈົນເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດເປັນຈຳນວນຫລາຍ ຊີ້ເປັນເລື່ອງທີ່ຍອມຮັບບໍ່ໄດ້.
“ບໍ່ມີເຫດຜົນສົມຄວນໃຫ້ຊາວອາຣັບລຸມປະຊາທັນຊາວຢິວ ແລະ ບໍ່ມີເຫດຜົນສົມຄວນໃຫ້ຊາວຢິວລຸມປະຊາທັນຊາວອາຣັບ” ທ່ານ ເນທັນຢາຮູ ກ່າວໃນຖະແຫລງການ.
“ສຳລັບຊາວອິສລາແອນ ຂ້າພະເຈົ້າບໍ່ສົນວ່າທ່ານກຳລັງເປັນເດືອດເປັນແຄ້ນ, ທ່ານບໍ່ສາມາດຖືກົດໝາຍເອົາໄວ້ໃນມືຂອງທ່ານເອງ” ທ່ານ ເນທັນຢາຮູ ກ່າວ. “ທ່ານບໍ່ສາມາດຈັບຊາວອາຣັບມາລຸມປະຊາທັນ ເຊັ່ນດຽວກັບທີ່ພວກເຮົາບໍ່ສາມາດເຝົ້າຕິດຕາມເບິ່ງຊາວອາຣັບເຮັດແບບນັ້ນກັບຊາວຢິວ”.
ພ້ອມກັນນີ້, ນາຍົກລັດຖະມົນຕີອິສລາແອນຍັງເປີດເຜີຍວ່າ: ທ່ານໄດ້ສັ່ງໃຫ້ຕຳຫລວດໃຊ້ອຳນາດສຸກເສີນເພື່ອເພີ່ມກຳລັງກັບໜ່ວຍຕຳຫວດຊາຍແດນ ແລະ ບັງຄັບໃຊ້ຄຳສັ່ງເຄີຟິວຖ້າມີຄວາມຈຳເປັນ.
ຄຳຖະແຫລງຂອງທ່ານ ເນຕັນຢາຮູ ມີຂຶ້ນໃນຂະນະທີ່ປະຊາຊົນຊາວອາຣັບ ແລະ ຊາວຢິວປະທະກັນຢ່າງດຸເດືອດໃນເມືອງຕ່າງໆຂອງອິສລາແອນ ແລະ ສະຖານະການຍິ່ງຮຸນແຮງຂຶ້ນ ເມື່ອກອງທັບອິສລາແອນ ແລະ ກຸ່ມຕິດອາວຸດຮາມາດຂອງປາແລັສຕິນເປີດສາກໂຈມຕີກັນ.
ໂດຍກອງກຳລັງຕິດອາວຸດຮາມາດໃນເຂດກາຊາຍິງຈະຫລວດກວ່າ 1.000 ລູກຂ້າມຊາຍແດນໄປຝັ່ງອິສລາແອນ ນັບແຕ່ການສູ້ຮົບຄັ້ງຫລ້າສຸດເກີດຂຶ້ນໃນວັນທີ 10 ພຶດສະພາຜ່ານມາ ແລະ ອິສລາແອນຕອບໂຕ້ດ້ວຍການໂຈມຕີທາງອາກາດທີ່ສ້າງຄວາມເສຍຫາຍຢ່າງຮຸນແຮງໃນເຂດກາຊາ.
ກະຊວງສາທາລະນະສຸກຂອງປາແລັສຕິນລາຍງານໃນວັນທີ 13 ພຶດສະພາວ່າ: ການຖິ້ມລະເບີດຂອງອິສລາແອນໃນເຂດກາຊາສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 83 ຄົນ ເຊິ່ງລວມທັງເດັກນ້ອຍ 17 ຄົນ ແລະ ຜູ້ຍິງ 7 ຄົນ ອີກທັງມີຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 487 ຄົນ.
ສ່ວນກອງທັບອິສລາແອນລະບຸວ່າ: ມີຊາວອິສລາແອນເສຍຊີວິດ 7 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບຫລາຍກວ່າ 200 ຄົນ ນັບແຕ່ວັນທີ 10 ພຶດສະພາ. ຂະນະທີ່ມີລາຍງານວ່າ: ເດັກຜູ້ຊາຍອາຍຸ 6 ປີຄົນໜຶ່ງເສຍຊີວິດໃນວັນທີ 12 ພຶດສະພາ ຫລັງຈະຫລວດທີ່ຍິງມາຈາກເຂດກາຊາຕຳອາຄານທີ່ຢູ່ອາໄສແຫ່ງໜຶ່ງໃນເມືອງເອສເດຣອດຂອງອິສລາແອນ.
ເຫດການຮຸນແຮງທີ່ກຳລັງດຳເນີນຢູ່ໃນເວລານີ້ມີສາເຫດມາຈາກຄວາມຂັດແຍ່ງກ່ຽວກັບແຜນການຂັບໄລ່ຄອບຄົວຊາວປາແລັສຕິນໃນເຢລູຊາແລັມ ແລະ ການບັງຄັບໃຊ້ຂໍ້ຈຳກັດຕ່າງໆໃນພື້ນທີ່ເຢລູຊາແລັມຕາເວັນອອກ ເຊິ່ງເປັນສະຖານທີ່ລວມຕົວຂອງຊາວອາຣັບໃນຊ່ວງເດືອນລໍມາດອນ ໂດຍຄວາມຂັດແຍ່ງລະຫວ່າງອິສລາແອນ ແລະ ປາແລັສຕິນທະວີຄວາມຮຸນແຮງຢ່າງວ່ອງໄວຈົນກາຍເປັນເຫດການສູ້ຮົບຮ້າຍແຮງທີ່ສຸດຄັ້ງໜຶ່ງລະຫວ່າງທັງສອງຝ່າຍໃນຮອບຫລາຍປີຜ່ານມາ.
ທັງນີ້, ບັນດາປະເທດຕ່າງເຝົ້າຕິດຕາມສະຖານະການທີ່ເກີດຂຶ້ນໃນອິສລາແອນ ພ້ອມຮຽກຮ້ອງໃຫ້ທັງສອງຝ່າຍຢຸດການຂະຫຍາຍຄວາມຮຸນແຮງ ໂດຍສະຫະປະຊາຊາດເຕືອນວ່າ: ຄວາມຂັດແຍ່ງຄັ້ງນີ້ອາດນຳໄປສູ່ການເຮັດສົງຄາມເຕັມຮູບແບບ.
ອ້າງອີງ:
https://edition.cnn.com/2021/05/13/middleeast/israel-palestinian-violence-intl/index.html

