ເຟເດີເຣີ ຊະນະ ຊິລິດ 3-0 ເຊັດ ຄວ້າແຊ໊ມເຕັນນິສ ວິມເບິລດັນ ເປັນສະໄໝທີ 8

ການແຂ່ງຂັນເຕັນນິສ ແກຣນສະແລມ ລາຍການທີ 3 ຂອງປີ “ວິມເບິລດັນ 2017” ທີ່ ສະໜາມອອລ ອິງແລນ ຄັບ ໃນ ນະຄອນລອນດອນ ປະເທດອັງ ກິດ ໃນປະເພດຊາຍດ່ຽວຮອງ ຊີງນະເລີດ ຜົນປາກົດວ່າ: ໂຣເຈີ ເຟເດີເຣີ ມືວາງອັນດັບ 3 ຂອງ ລາຍການ ເອົາຊະນະ ມາຣິນ ຊິ ລິດ ມືວາງອັນດັບ 7 ຂອງລາຍ ການຈາກ ໂຄຣເອເຊຍ 3-0 ເຊັດ 6-3, 6-1, 6-4. ສົ່ງຜົນໃຫ້ ເຟ ເດີເຣີ ຄວ້າແຊ໊ມວິມເບິລດັນ ສະ ໄໝທີ 8 ໄປຄອງ (2003, 2004, 2005, 2006, 2007, 2009, 2012, 2017). ແລະ ຖືເປັນແຊ໊ມແກຣນສະແລມລາຍການທີ 19 ໃນການຫຼິ້ນອາຊີບ ຂອງລາວ ແລະ ເຮັດໃຫ້ ເຟເດີເຣີ ສ້າງປະຫວັດສາດເປັນນັກເຕັນ ນິສຊາຍອາຍຸຫຼາຍທີ່ສຸດທີ່ໄດ້ແຊ໊ມແກຣນສະແລມ ວິມເບິລດັນ ໃນ ອາຍຸ 35 ປີ ແລະ ທຳລາຍສະຖິຕິ ເກົ່າຂອງ ອາເທີ ແອດ ທີ່ເຄີຍໄດ້ ແຊ໊ມໃນອາຍຸ 32 ປີ ເມື່ອປີ 1976.