ອົດສະຕຣາລີວາງແຜນເປີດຊາຍແດນລະຫວ່າງປະເທດ

ວັນທີ 9 ພຶດສະພາ 2021, ທ່ານ ເກຣັກ ຮັນ ລັດຖະມົນຕີກະຊວງສາທາລະນະສຸກອົດສະຕຣາລີ ໄດ້ລະບຸວ່າ: ລັດຖະບານກຳລັງດຳເນີນແຜນງານເພື່ອເປີດຊາຍແດນລະຫວ່າງປະເທດຂອງອົດສະຕຣາລີອີກ.
“ແຜນງານນີ້ກຳນົດຂຶ້ນຕາມຫລັກການ 3 ປະການຂອງນະໂຍບາຍຊ່ອງທາງສີຂຽວ (Green Lane) ຫລື ຊ່ອງທາງດ່ວນ ແລະ ການຈັບຄູ່ປະເທດທ່ອງທ່ຽວກັບປະເທດທີ່ປອດໄພເພີ່ມຕື່ມ ຄືທີ່ພວກເຮົາຈັບຄູ່ກັບນິວຊີແລນ ລວມທັງກຳລັງຈະຈັບຄູ່ກັບປະເທດອື່ນໆໃນພາກພື້ນປາຊີຟິກ ເນື່ອງຈາກປະເທດກຸ່ມນີ້ມີຄວາມປອດໄພເພີ່ມຂຶ້ນ ໂດຍສ່ວນທີສອງຂອງແຜນງານກ່ຽວຂ້ອງກັບຍຸດທະສາດການສັກວັກຊີນປ້ອງກັນພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຂອງປະເທດ ແລະ ສ່ວນທີສາມ ຄືຄວາມສາມາດໃນການຮອງຮັບການເດີນທາງຕາມປົກກະຕິຂອງຜູ້ທີ່ໄດ້ຮັບການສັກວັກຊີນແລ້ວ” ທ່ານ ຮັນ ກ່າວຕໍ່ນັກຂ່າວ.
ກ່ອນໜ້ານີ້ ລັດຖະບານປະກາດໃຫ້ອິດສະຫລະໃນການເດີນທາງຜູ້ທີ່ໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ແລ້ວເພີ່ມຂຶ້ນ ລວມທັງອະນຸຍາດໃຫ້ສາມາດກັກຕົນເອງຢູ່ເຮືອນແທນການກັກຕົວຢູ່ໂຮງແຮມ ຫລື ສູນກັກຕົວທີ່ກຳນົດໄວ້ ຫລັງເດີນທາງມາເຖິງອົດສະຕຣາລີ.
ທ່ານ ຮັນ ລະບຸວ່າ: ຄົນກຸ່ມນີ້ສາມາດເດີນທາງໄດ້ໄວຂຶ້ນ ແລະ ມີທ່າອ່ຽງວ່າຈະຢູ່ພາຍໃຕ້ຂໍ້ຈຳກັດຕ່າງໆໜ້ອຍກວ່າຄົນອື່ນເມື່ອເດີນທາງກັບປະເທດ ໂດຍລັດຖະບານຈະຈັດສັນເງິນງົບປະມານກາງຂອງປີງົບປະມານ 2021-2022 ໃຫ້ໃນຕອນຄໍ່າວັນທີ 11 ພຶດສະພານີ້.
ສ່ວນທ່ານ ຈອດ ຟຣາຍເດນເບິກ ລັດຖະມົນຕີກະຊວງການເງິນອົດສະຕຣາລີ ກ່າວຕໍ່ສະຖານີໂທລະພາບ SBS ວ່າ: ການຄາດຄະເນຕ່າງໆໃນງົບປະມານເບື້ອງຕົ້ນ ອີງໃສ່ສົມມຸດທີ່ຕັ້ງໄວ້ວ່າ: ການເດີນທາງລະຫວ່າງປະເທດຈະກັບມາເລີ່ມຕົ້ນອີກໃນປີ 2022, ແຕ່ເຕືອນວ່າມີຫລາຍປັດໄຈທີ່ເປັນຕົວກຳນົດກອບເວລາ ເຊິ່ງຈຳເປັນຕ້ອງຟັງຄຳແນະນຳດ້ານສາທາລະນະສຸກ.
ຂໍ້ມູນຫລ້າສຸດຈາກກະຊວງສາທາລະນະສຸກອົດສະຕຣາລີລະບຸວ່າ: ຮອດບ່າຍວັນທີ 9 ພຶດສະພາ ອອສເຕຣເລຍມີຜູ້ຕິດເຊື້ອໂຄວິດ-19 ສະສົມ 29.923 ຄົນ ໂດຍພົບຜູ້ຕິດເຊື້ອທີ່ເດີນທາງມາຈາກຕ່າງປະເທດເພີ່ມ 16 ຄົນ ແລະ ບໍ່ພົບຜູ້ຕິດເຊື້ອໃນທ້ອງຖິ່ນເພີ່ມໃນຊ່ວງ 24 ຊົ່ວໂມງຜ່ານມາ.
ອ້າງອີງ: ສຳນັກຂ່າວຊິນຮົວ

