ໄບເດັນ ຕັ້ງເປົ້າໃໝ່ ສັກວັກຊີນຕ້ານໂຄວິດ-19 ໃຫ້ເຖິງ 70% ຂອງພົນລະເມືອງອາເມລິກາໄວຜູ້ໃຫຍ່ ກ່ອນວັນຊາດອາເມລິກາ 4 ກໍລະກົດ

ວັນທີ 4 ພຶດສະພາ 2021, ປະທານາທິບໍດີ ໂຈ ໄບເດັນ ຂອງອາເມລິກາ ປະກາດເປົ້າໝາຍໃໝ່ ຕັ້ງເປົ້າສັກວັກຊີນຕ້ານໂຄວິດ-19 ໃຫ້ເຖິງ 70% ຂອງພົນລະເມືອງອາເມລິກາໄວຜູ້ໃຫຍ່ ກ່ອນວັນຊາດອາເມລິກາ 4 ກໍລະກົດນີ້ ຖືເປັນຄວາມພະຍາຍາມໃນການຊຸກຍູ້ມາດຕະການສັກວັກຊີນຕ້ານໂຄວິດ-19 ຄັ້ງໃໝ່ໃນອາເມລິກາ ຫລັງລັດຖະບານ ໄບເດັນ ປະສົບຜົນສຳເລັດເກີນເປົ້າໝາຍ ສັກວັກຊີນຕ້ານໂຄວິດ-19 ໃຫ້ພົນລະເມືອງອາເມລິກາເກີນ 200 ລ້ານໂດສໄດ້ກ່ອນ 1 ອາທິດ ທີ່ຈະເຖິງກຳນົດເຂົ້າຮັບຕຳແໜ່ງຜູ້ນຳອາເມລິກາຄົບ 100 ວັນທຳອິດ.
ໄບເດັນ ຕັ້ງເປົ້າໃຫ້ພົນລະເມືອງອາເມລິກາໄວຜູ້ໃຫຍ່ປະມານ 70% ເຂົ້າຮັບວັກຊີນຕ້ານໂຄວິດ-19 ຢ່າງໜ້ອຍ 1 ໂດສ ກ່ອນວັນຊາດອາເມລິກາ ກ່ອນຈະກຽມເພີ່ມເປົ້າໝາຍໃຫ້ພົນລະເມືອງອາເມລິກາເຂົ້າຮັບວັກຊີນຄົບໂດສຢ່າງໜ້ອຍ 160 ລ້ານຄົນທົ່ວປະເທດໃນລຳດັບຕໍ່ໄປ ໂດຍການຊຸກຍູ້ມາດຕະການສັກວັກຊີນໄລຍະໃໝ່ຂອງອາເມລິກາຈະເນັ້ນໃສ່ 3 ບັນຫາຫລັກຄື: ເດັກ (Children), ຄວາມສະດວກ (Convenience) ແລະ ຄວາມລັງເລໃຈ (Hesitancy).
ໂດຍລັດຖະບານ ໄບເດັນ ຄາດວ່າ: ອົງການອາຫານ ແລະ ຢາອາເມລິກາ (FDA) ຈະອະນຸຍາດການໃຊ້ວັກຊີນຕ້ານໂຄວິດ-19 ຂອງ Pfizer-BioNTech ທີ່ໃຊ້ຄວບຄຸມຊ່ວງອາຍຸ 12-15 ປີ ໃນຕົ້ນອາທິດໜ້າ ລວມທັງລັດຖະບານ ໄບເດັນ ໄດ້ເລີ່ມໃຊ້ vaccines.gov ເພື່ອອຳນວຍຄວາມສະດວກໃນການເຂົ້າຮັບວັກຊີນຕ້ານໂຄວິດ-19 ໃນສະຖານທີ່ໃຫ້ບໍລິການໃກ້ທີ່ສຸດ ຫລື ພຽງພິມລະຫັດໄປສະນີຂອງທີ່ພັກອາໄສ ສົ່ງໄປໝາຍເລກ 438829 ຈະມີຂໍ້ຄວາມຕອບກັບລະບຸ ສະຖານທີ່ໃຫ້ບໍລິການສັກວັກຊີນຕ້ານໂຄວິດ-19 ໃກ້ທີ່ສຸດໃຫ້ພົນລະເມືອງນຳອີກ.
ນອກຈາກນີ້ ລັດຖະບານອາເມລິກາຍັງກຽມຈະເຈລະຈາກັບສູນການຄ້າ ຫລື ສະໜາມກິລາຂະໜາດໃຫຍ່ ຈັດໂປຣໂມຊັນພິເສດ ຫລື ຫລຸດລາຄາໃຫ້ບຸກຄົນທີ່ເຂົ້າຮັບການສັກວັກຊີນຮຽບຮ້ອຍແລ້ວ ເພື່ອກະຕຸ້ນ ແລະ ສ້າງແຮງຈູງໃຈໃນການເຂົ້າຮັບການສັກວັກຊີນເພີ່ມຂຶ້ນ.
ຫລ້າສຸດ ອາເມລິກາເປັນປະເທດທີ່ສັກວັກຊີນໃຫ້ພົນລະເມືອງຫລາຍທີ່ສຸດໃນທາງປະລິມານ ເປັນອັນດັບ 2 ຮອງຈາກຈີນ ສັກໄປແລ້ວ 24,7 ລ້ານໂດສ ພົນລະເມືອງປະມານ 147,8 ລ້ານຄົນ ຫລື 44,5% ຂອງປະຊາກອນທົ່ວປະເທດ ເຂົ້າຮັບວັກຊີນຕ້ານໂຄວິດ-19 ແລ້ວຢ່າງໜ້ອຍ 1 ໂດສ ໂດຍມີ 32% ຂອງປະຊາກອນເຂົ້າຮັບວັກຊີນຄົບໂດສແລ້ວ, ຄາດວ່າການສັກວັກຊີນຈະຄວບຄຸມປະຊາກອນເພີ່ມຂຶ້ນ ຫລັງ ອັນເບິດ ເບີລາ CEO ຂອງຜູ້ຜະລິດ ແລະ ພັດທະນາວັກຊີນຕ້ານໂຄວິດ-19 ທີ່ຈັບມືກັບພັນທະມິດຜະລິດວັກຊີນ Pfizer-BioNTech ກຽມຍື່ນເລື່ອງຂໍອະນຸຍາດໃຊ້ວັກຊີນ ຄວບຄຸມເດັກອາຍຸ 2-11 ປີ ເປັນກໍລະນີສຸກເສີນ (EUA) ຕໍ່ ອຢ ອາເມລິກາ ໃນເດືອນກັນຍາປີນີ້.
ອ້າງອີງ:
- https://www.npr.org/2021/05/04/993537622/biden-sets-new-goal-for-at-least-70-of-adults-to-be-vaccinated-by-july-4
- https://www.forbes.com/sites/joewalsh/2021/05/04/new-vaccine-goal-biden-wants-70-of-us-adults-vaccinated-by-july-4/?sh=3d43e9a041ce
- https://www.cnet.com/health/biden-wants-70-of-americans-vaccinated-by-july-fourth/

