ເປີດນຳໃຊ້ໂຮງໝໍພາກສະໜາມລ້ານຊ້າງ ຮອງຮັບຜູ້ຕິດເຊື້ອໂຄວິດ-19

ພິທີມອບ-ຮັບ ແລະ ເປີດນຳໃຊ້ ໂຮງໝໍພາກສະໜາມລ້ານຊ້າງເພື່ອຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19ໄດ້ມີຂຶ້ນ ໃນວັນທີ 3 ພຶດສະພານີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ຮອງນາ ຍົກລັດຖະມົນຕີ ກິແກ້ວ ໄຂຄຳພິທູນ, ພາຍຫລັງສຳເລັດການກໍ່ສ້າງ ແລະ ຕິດຕັ້ງອຸປະກອນການແພດຕ່າງໆມາເປັນເວລາ 1 ອາທິດ ເພື່ອໃຊ້ເປັນສະຖານທີ່ຮອງຮັບ ແລະ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ອາດຈະມີຈຳນວນເພີ່ມຂຶ້ນ, ຊຶ່ງໂຮງຫມໍດັ່ງກ່າວ ລວມມີ 306 ຕຽງນອນ ແລະ ຍັງຈະສາມາດເພີ່ມຕຽງເຂົ້າເປັນ 450 ຕຽງ ໄດ້ອີກ.

ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການປະກອບສ່ວນ ຂອງບັນດາບໍລິສັດເພື່ອຫັນສະຖານທີ່ຫລີ້ນກິລາເປັນໂຮງໝໍພາກສະໜາມ ສຳລັບວຽກງານອັນຮີບດ່ວນແລະ ຈຳເປັນນີ້, ເຊິ່ງສະແດງໃຫ້ເຫັນເຖິງການເສຍສະຫລະອັນສູງສົ່ງຂອງຕົນເອງ ເຂົ້າໃນພາລະກິດລວມຂອງປະເທດຊາດບ້ານເມືອງໃນເວລາທີ່ຈຳເປັນນີ້ ແລະ ສິ່ງດັ່ງກ່າວສະແດງເຖິງນ້ຳໃຈຮັກປະເທດຊາດບ້ານເກີດເມືອງນອນ ແລະ ລະບອບໃໝ່ຂອງພວກເຮົາ ໃນການຊ່ວຍເຫລືອເພື່ອແຜ່ໃຫ້ປະຊາຊົນເຮົາ ສາມາດຜ່ານພົ້ນອອກຈາກໄພອັນຕະລາຍຮ້າຍແຮງນີ້.

ໂຮງໝໍພາກສະໝາມລ້ານຊ້າງ ຕັ້ງຢູ່ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ການສ້າງໂຮງໝໍສະໜາມລ້ານຊ້າງ ໄດ້ຮັບການຊີ້ນຳຢ່າງໃກ້ຊິດ, ທັງປະກອບສ່ວນດ້ານເຫື່ອແຮງ ແລະ ສິຕິປັນຍາຈາກການນຳ, ອ້າຍນ້ອງພະນັກງານ ທັງຈາກສູນກາງ, ນະຄອນຫລວງວຽງຈັນ ແລະ ໄດ້ຮັບການຊ່ວຍເຫລືອຈາກພາກທຸລະກິດ ເປັນຕົ້ນ ກຸ່ມບໍລິສັດ ເອໄອເອຟ, ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ, ບໍລິສັດ ອິນທຣາ ຄໍປໍເຣຊັນ ຈຳກັດຜູ້, ປະກອບສ່ວນດ້ານແຮງງານ ຈາກອ້າຍນ້ອງທະຫານ ນະຄອນຫລວງວຽງຈັນ, ບໍລິສັດທີ່ຮັບກໍ່ສ້າງ, ບໍລິສັດ ອະນາໄມ ພີເອສ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການກໍ່ສ້າງ ແລະ ກະກຽມໂຮງໝໍແຫ່ງນີ້ ຢ່າງບໍ່ມີເວັນ ບໍ່ມີຄືນ ແລະ ບໍ່ຮຽກຮ້ອງຜົນປະໂຫຍດຫຍັງຕອບແທນ ໃນສະໜາມຮົບຕ້ານໂຄວິດຄັ້ງນີ້, ຈຶ່ງເຮັດໃຫ້ໂຮງໝໍແຫ່ງນີ້ໄດ້ຖືກກໍ່ສ້າງຂຶ້ນ ເພື່ອຮັບໃຊ້ສັງຄົມ.