ອັງກິດຫັນໄປໃຊ້ວິທີກວດເຊື້ອແຕ່ລະວັນ ແທນການກັກຕົວ ຖ້າຜົນອອກມາເປັນລົບ

ສາທາລະນະສຸກອັງກິດກຽມຫາທາງໃຫ້ປະຊາຊົນໄດ້ໃຊ້ຊີວິດຕາມປົກກະຕິ ໂດຍໃຫ້ມີການກວດຫາເຊື້ອແຕ່ລະວັນແທນການກັກຕົວ.
ສຳນັກຂ່າວສະກາຍນິວ (Sky News) ລາຍງານວ່າ: ຊາວອັງກິດທີ່ສຳຜັດກັບຜູ້ຕິດເຊື້ອອາດບໍ່ຕ້ອງກັກຕົວອີກຕໍ່ໄປ ຫລັງຈາກລັດຖະບານມີແຜນຈະທົດລອງມາດຕະການໃໝ່ ໂດຍໃຊ້ວິທີກວດຫາເຊື້ອດ້ວຍຕົນເອງແທນການກັກຕົວ ຈາກຊຸດກວດທີ່ລັດຖະບານຈັດສົ່ງໃຫ້ຮອດເຮືອນ.
ຕາມລາຍງານລະບຸວ່າ: ຜູ້ທີ່ເຂົ້າຮ່ວມທົດລອງໃນໂຄງການຈະໄດ້ຮັບຊຸດກວດເຊື້ອສຳລັບການກວດເປັນໄລຍະເວລາ 1 ອາທິດ ໂດຍມີຂໍ້ກຳນົດໃຫ້ກວດທຸກເຊົ້າ ແລະ ພວກເຂົາເຫລົ່ານັ້ນຈະໄດ້ຮັບອະນຸຍາດໃຫ້ອອກໄປໃຊ້ຊີິວິດຕາມປົກກະຕິ ຖ້າຜົນກວດອອກມາເປັນລົບ ແທນທີຈະຕ້ອງກັກຕົວເປັນເວລາ 10 ວັນຕາມກົດໝາຍກຳນົດ.
ໂຄງການນີ້ຈະມີການເກັບຂໍ້ມູນເພື່ອນຳມາພິຈາລະນາຫລຸດໄລຍະເວລາ ທີ່ຜູ້ມີຄວາມສ່ຽງຈາກການສຳຜັດຜູ້ຕິດເຊື້ອຕ້ອງໃຊ້ໃນການກັກຕົວ.
ການທົດລອງຄັ້ງນີ້ຈະເລີ່ມຂຶ້ນໃນວັນທີ 9 ພຶດສະພາ ໂດຍຜູ້ສຳຜັດທີ່ມີຄວາມສ່ຽງຈະໄດ້ຮັບການຕິດຕໍ່ທາງໂທລະສັບ ແລະ ຈະມີການຈັດສົ່ງຊຸດກວດສຳລັບ 7 ວັນໄປໃຫ້ ຖ້າພວກເຂົາຕັດສິນໃຈເຂົ້າຮ່ວມໃນການທົດລອງນີ້.
ອ້າງອີງ:

