ຕໍາຫລວດຈັບຜູ້ຄ້າຢາເສບຕິດຫລາຍລາຍມາດໍາເນີນຄະດີ

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ຫລາຍທ້ອງຖິ່ນສາມາດຈັບຕົວຜູ້ຄ້າຂາຍຢາເສບຕິດຫລາຍລາຍມາດໍາເນີນຄະດີຄື: ໃນວັນທີ 10 ກໍລະກົດຜ່ານມາ, ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວໄດ້ສະກັດລົດວີໂກ້ໝາຍເລກທະບຽນ ກກ 2402 ບໍ່ແກ້ວ ຂົນສົ່ງຢາເສບຕິດໃນເຂດເມືອງຫ້ວຍຊາຍພົບເຮໂຣອິນ 6 ແທ່ງພ້ອມກັກຕົວຜູ້ຂັບຂີ່ 2 ຄົນຄື: ທ້າວ ຈ່າຍໍ່ ອາຍຸ 30 ປີຢູ່ບ້ານປຸງຜາ ແລະ ທ້າວ ສິດ ອາຍຸ 22 ປີຢູ່ບ້ານຫົວນ້ຳຄາເມືອງເມິງແຂວງບໍ່ແກ້ວ. ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ທ້າວ ຈ່າຍໍ່ ຮັບສາລະພາບວ່າ: ເຮໂຣອິນດັ່ງກ່າວເປັນຂອງຕົນເພື່ອຈະນຳໄປສົ່ງໃຫ້ລູກຄ້າຢູ່ເມືອງຫ້ວຍຊາຍ, ແຕ່ຖືກເຈົ້າໜ້າທີ່ຈັບຕົວກ່ອນ.
ນອກຈາກນີ້, ຕໍາຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດກອງບັນຊາການ ປກສ ແຂວງໄຊຍະບູລີ ສາມາດຈັບກຸ່ມແກ້ງຄ້າຂາຍຢາເສບຕິດໄດ້ໃນວັນທີ 10 ກໍລະກົດຢູ່ເຮືອນພັກແຫ່ງໜຶ່ງເຂດບ້ານນ້ຳປຸຍເມືອງພຽງຄື: ທ້າວ ສົມຈິດ ອາຍຸ 23 ປີຢູ່ບ້ານນາກອກເມືອງພຽງ, ທ້າວ ພອນໄຊ ອາຍຸ 27 ປີຢູ່ບ້ານນ້ຳພ້າວ ເມືອງຄອນ ແລະ ທ້າວ ວຽງພອນ ອາຍຸ 23 ປີບ້ານຈຽງຕອງ, ເມືອງປາກທາ, ພ້ອມຂອງກາງຢາບ້າຫລາຍກວ່າ 16 ພັນເມັດ, ລົດຈັກ 3 ຄັນ ແລະ ໂທລະສັບໜຶ່ງໜ່ວຍ ແລະ ໃນວັນທີ 7 ກໍລະກົດນີ້ເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ໄດ້ຈັບຕົວທ້າວ ເຊັງຫິບ ອາຍຸ 48 ປີຢູ່ບ້ານສີເມືອງຢູ່ເຮືອນພັກແຫ່ງໜຶ່ງພາຍໃນເທສະບານເມືອງໄຊຍະບູລີພ້ອມຢາບ້າຈຳນວນ 22 ເມັດ ແລະ ລົດຈັກບໍ່ມີໝາຍເລກທະບຽນໜຶ່ງຄັນ ແລະມື້ດຽວກັນເຈົ້າໜ້າທີ່ ປກສ ແຂວງໄດ້ເຂົ້າກວດຄົ້ນເຮືອນຂອງທ້າວ ຈ່ອຍເຟີຍ ອາຍຸ 47 ປີ ແລະ ນາງ ກ້ອຍໃຈ ອາຍຸ 42 ປີຢູ່ບ້ານສີເມືອງເມືອງໄຊຍະບູລີ ພ້ອມຂອງກາງຢາບ້າຈຳນວນ 24 ພັນເມັດ ແລະ ຈັບຕົວນາງ ມ່ວງ ແຊເຕິນ ອາຍຸ 24 ປີຢູ່ບ້ານຖິ່ນເມືອງໄຊຍະບູລີທີ່ເອົາຝິ່ນຈໍານວນ 78 ກລາມ ມາສົ່ງ
ໃຫ້ນາງກ້ອຍໃຈຢູ່ສະຖານທີ່ດັ່ງກ່າວ.

