ແຫລ່ງຂ່າວຈາກ ຖວທ ເມືອງແອດ ໃຫ້ຮູ້ວ່າ: ຍ້ອນການລະບາດຂອງພະຍາດໂຄວິດ 19 ຢູ່ຫລາຍປະເທດໃນໂລກ ໂດຍສະເພາະຢູ່ປະເທດລາວ ກໍພົບກັບການລະບາດຢ່າງໜັກໜ່ວງ, ເຮັດໃຫ້ຫລາຍແຂວງໃນປະເທດລາວມີຜູ້ຕິດເຊື້ອ, ມາຮອດປະຈຸບັນ( 28/4/2021) ປະເທດລາວມີຜູ້ຕິດເຊື້ອຫລາຍກວ່າ 500 ຄົນ, ຍັງພຽງ 3 ແຂວງເທົ່ານັ້ນທີ່ຍັງບໍ່ມີຜູ້ຕິດເຊື້ອຄື: ແຂວງຫົວພັນ, ໄຊສົມບູນ ແລະ ແຂວງອັດຕະປື.
ມາຮອດ ວັນທີ 28 ເມສາ 2021 ນີ້, ສະພາບເສດຖະກິດ-ສັງຄົມ ຢູ່ເມືອງແອດ ໄດ້ຮັບຜົນກະທົບຫລາຍຢ່າງ, ເປັນຕົ້ນແມ່ນຜູ້ປະກອບການຄ້າຂາຍ, ເທສະບານເມືອງ ມິດງຽບ ຖ້າທຽບໃສ່ກ່ອນໜ້ານີ້ ມີຄົນໄປ-ມາຄ້າຂາຍຢ່າງຫລວງຫລາຍ, ບັນດາເຮືອນພັກ, ຫ້າງຮ້ານຕ່າງໆ ກໍໄດ້ປະຕິບັດຕາມຄຳສັ່ງ ແລະ ມາດຕະການຕ່າງໆທີ່ສູນກາງ, ແຂວງ ແລະ ເມືອງວາງອອກຢ່າງເຂັ້ມງວດ, ຮ້ານບັນເທີງ-ຮ້ານຄາຣາໂອເກະ ໄດ້ປິດບໍລິການຊົ່ວຄາວ, ຮ້ານເຝີ ກໍມີເຈວລ້າງມືໃຫ້ລູກຄ້າຂ້າເຊື້ອກ່ອນເຂົ້າຮ້ານ, ພ້ອມນີ້ບັນດາຫ້າງຮ້ານຂາຍເຄື່ອງຍ່ອຍ ອຸປະໂພກ ແລະ ບໍລິໂພກ ໄດ້ໃຊ້ສາຍຟາງ ຫລື ອຸປະກອນອື່ນໆ ຂວາງກັ້ນໜ້າຮ້ານ, ເມື່ອລູກຄ້າມາຊື້ເຄື່ອງຕ້ອງລໍຖ້າຢູ່ໜ້າຮ້ານ ແລ້ວເຈົ້າຂອງຮ້ານຈະນຳເຄື່ອງທີ່ຕ້ອງການຊື້ມາໃຫ້, ຈຸດຫລັກໆແມ່ນທຸກຄົນໄດ້ຢູ່ຫ່າງກັນ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19, ປະຕິບັດຕາມມາດຕະການຕ່າງໆຂອງຂັ້ນເທິງຢ່າງເຂັ້ມງວດ.