ປະຊາຊົນພາຍໃນນະຄອນ ໄກສອນ ທີ່ມີຈຸດປະສົງ ຈະເດີນທາງເຂົ້າ-ອອກບ້ານຕ້ອງຂໍອະນຸຍາດຈາກຄະນະສະເພາະກິດ

ແຫລ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ນະຄອນກໄກສອນ ພົມວິ ຫານ ໄດ້ແຈ້ງການເຖິງປະຊາຊົນທີ່ດໍາລົງຊີວິດພາຍໃນນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ທີ່ມີຈຸດປະສົງຈະເດີນທາງເຂົ້າ-ອອກບ້ານຕໍ່ບ້ານໃນນະຄອນ ຕ້ອງໄດ້ຂໍໜັງສືອະນຸຍາດຈາກ ສູນປະຕິບັດງານຄະນະສະເພາະກິດ ເພື່ອປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ເຊິ່ງສະຖານທີ່ຕັ້ງຢູ່ສະໂມສອນຫ້ອງວ່າການປົກຄອງນະຄອນ ໄກສອນ ພົມວິຫານ ໂດຍມີເງື່ອນໄຂດັ່ງນີ້: ໃນກໍລະນີມີການເຈັບເປັນທີ່ຈະເດີນທາງໄປໂຮງໝໍເມືອງ, ແຂວງ ແລະ ສູນກາ, ກໍລະນີມີການເສຍຊີວິດ (ຕ້ອງມີໃບຢັ້ງຢືນຈາກອໍານາດການປົກຄອງທີ່ກ່ຽວຂ້ອງ); ລົດຂົນສົ່ງປະເພດສິນຄ້າຜ່ານແດນ, ວັດຖຸໄວໄຟ, ທາດເຄມີ (ຕ້ອງມີໃບດໍາເນີນທຸລະກິດຄົບຖ້ວນ); ສໍາລັບລົດຂົນສົ່ງສິນຄ້າ ປະເພດກະສິກໍາ ທີ່ມີຈຸດປະສົງຂົນສົ່ງໄປຕ່າງແຂວງນັ້ນຕ້ອງມີໃບອະນຸຍາດຈາກສະເພາະກິດປາຍທາງ ແລະ ໃບອະນຸຍາດຈາກພື້ນທີ່ຈະເອົາສິນຄ້າລົງ ແລະ ຮັບອະ ນຸຍາດຈາກສະເພາະກິດຈາກຕົ້ນທາງຈຶ່ງສາມາດເຄື່ອນໄຫວໄດ້; ວຽກທາງການຈະໄປຕ່າງແຂວງ ແລະ ເມືອງ(ຕ້ອງມີຂໍ້ຕົກລົງການຈັດຕັ້ງ ຫລື ກົມກອງທີ່ກ່ຽວຂ້ອງ); ຜູ້ທີ່ມີແຜນ ການເດີນທາງໄປຕ່າງປະເທດຕ້ອງມີເອກະສານຄົບຖ້ວນ(ໂດຍສະເພາະແມ່ນຖ້ຽວບິນ); ຜູ້ຕິດຕາມບໍ່ໃຫ້ເກີນ 3 ຄົນ; ບໍ່ອະນຸຍາດໃຫ້ເດີນທາງສໍາລັບຜູ້ທີ່ມີອາການໄຂ້, ໄອ, ເຈັບຄໍ ແລະ ມີປະຫວັດສ່ຽງຕິດ ໂຄວິດ-19. ນອກຈາກນີ້ມອບໃຫ້ກອງເລຂາປະສານ ຂໍອະນຸຍາດຈາກຄະນະສະເພາະກິດແຂວງພິຈາລະນາ.
ສໍາລັບຜູ້ທີ່ຈະໄປຂໍອະນຸຍາດເດີນທາງຕ້ອງມີເອກະສານດັ່ງນີ້: ບັດປະຈໍາຕົວ ສໍາມະໂນຄົວ ຫລື ໃບຢັ້ງຢືນທີ່ຢູ່ຈາກບ້ານກໍໄດ້.