ກຳປູເຈຍ ຕິດເຊື້ອໂຄວິດ-19 ເພີ່ມໃໝ່ 580ຄົນ

ຕາມຂ່າວຈາກພະນົມເປັນ, ວັນທີ27ເມສາ, ກະຊວງ ສາທາລະນະສຸກ ຂອງກຳປູເຈຍ ລາຍງານເຖິງ ສິຖິຕິ ກ່ຽວກັບ ໂຄວິດ-19 ໃນຮອບ 24ຊົ່ວໂມງ ມີຜູ້ຕິດເຊື້ອ ລາຍໃໝ່ 580 ຄົນ ເຮັດໃຫ້ຍອດ ຜູ້ຕິດເຊື້ອ ສະສົມ ທົງໝົດ 10.555 ຄົນ, ປິ່ນປົວຢູ່ໂຮງໝໍ 6.892 ຄົນ ແລະ ເສຍຊີວິດ ເກືອບ 80 ຄົນ.
ດັ່ງນັ້ນ ທ່ານ ຮຸນເຊນ ນາຍົກລັດຖະມົນຕີ ກຳປູເຈຍ ປະກາດ ຂະຫຍາຍ ເວລາປິດນະຄອນຫລວງ ພະນົມເປັນ ແລະ ເມືອງຕາເຂມາ ຂອງແຂວງກັນລາລ ຕື່ມອີກ 7 ວັນ ຈົນເຖິງ ວັນທີ 5 ພຶດສະພານີ້ ພາຍຫລັງ ບັງຄັບໃຊ້ ຕັ້ງແຕ່ ວັນທີ 14 ເມສາ ຜ່ານມາ ໂດຍພື້ນທີ່ ຖືກປິດ ຈະຖືກແບ່ງອອກເປັນ 3 ສີ ໄດ້ແກ່ ສີແດງ,ສີເຫລືອງເຂັ້ມ ແລະ ສີເຫລືອງ ຂຶ້ນຢູ່ກັບ ອັດຕາ ການພົບຜູ້ຕິດເຊື້ອ ແຕ່ລະສີ ຈະມີມາດຕະການ ຄວບຄຸມ ເຂັ້ມງວດ ແຕກຕ່າງກັນ ຕາມລຳດັບ.

