ຣັດເຊຍເຜີຍຍັງບໍ່ໄດ້ຂໍ້ສະຫລຸບເລື່ອງເວລາ ແລະ ສະຖານທີ່ຈັດກອງປະຊຸມສຸດຍອດ ປູຕິນ-ໄບເດັນ

ລັດຖະບານຣັດເຊຍເປີດເຜີຍໃນວັນທີ 26 ເມສາວ່າ: ຣັດເຊຍ ແລະ ອາເມລິກາ ຍັງບໍ່ໄດ້ຕົກລົງກັນເລື່ອງຂອງວັນ ແລະ ສະຖານທີ່ສຳລັບຈັດກອງປະຊຸມສຸດຍອດລະຫວ່າງປະທານາທິບໍດີ ໂຈ ໄບເດັນ ກັບປະທານາທິບໍດີ ວະລາດິເມຍ ປູຕິນ ເນື່ອງຈາກຍັງຕ້ອງພິຈາລະນາຫລາຍປັດໄຈກ່ອນຈະສະຫລຸບ ໂດຍກອງປະຊຸມລະຫວ່າງຜູ້ນຳປະເທດຈາກ 2 ຂົ້ວອຳນາດຂອງໂລກຖືກຕິດຕາມທ່າມກາງການພົວພັນທີ່ເຄັ່ງຕຶງລະຫວ່າງ 2 ຝ່າຍ.
ທ່ານ ຢູຣິ ຢູຊາຄອບ ທີ່ປຶກສາດ້ານນະໂຍບາຍຕ່າງປະເທດ ລະບຸວ່າ: ຍັງບໍ່ມີການຕັດສິນໃຈທີ່ຈະແຈ້ງກ່ຽວກັບກອງປະຊຸມ.
ຄຳຖະແຫລງດັ່ງກ່າວມີຂຶ້ນຫລັງຈາກທີ່ສຳນັກຂ່າວ RIA ລາຍງານໃນວັນທີ 25 ເມສາ ໂດຍອ້າງເຈົ້າໜ້າທີ່ທ່ານໜຶ່ງຂອງລັດຖະບານຣັດເຊຍວ່າ: ກອງປະຊຸມອາດເກີດຂຶ້ນໃນເດືອນມິຖຸນາ, ຂະນະທີ່ ໜັງສືພິມ Kommersant ຂອງຣັດເຊຍອ້າງແຫລ່ງຂ່າວທີ່ບໍ່ເປີດເຜີຍຊື່ວ່າ: ໄບເດັນ ສະເໜີໃຫ້ມີການຈັດກອງປະຊຸມກັບ ປູຕິນ ໃນວັນທີ 15-16 ມິຖຸນາ ຢູ່ປະເທດໃດປະເທດໜຶ່ງໃນເອີຣົບ.
ທັງນີ້, ປູຕິນ ແລະ ອະດີດປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ເຄີຍຈັດກອງປະຊຸມສຸດຍອດຢູ່ນະຄອນຫລວງເຮວຊິງກິ ຂອງປະເທດຟິນແລນ ເມື່ອເດືອນກໍລະກົດ 2018.
ສຳນັກຂ່າວ RIA ຍັງລາຍງານອີກວ່າ: ຂໍ້ສະເໜີຈັດກອງປະຊຸມສຸດຍອດຂອງ ໄບເດັນ ໄດ້ຮັບການຕອບຮັບ “ໃນທາງບວກ” ແລະ ຢູ່ລະຫວ່າງການພິຈາລະນາ ໂດຍອ້າງການເປີດເຜີຍຂອງ ເຊີເກ ລາບຣອບ ລັດຖະມົນຕີຕ່າງປະເທດຣັດເຊຍ.
ການພົວພັນລະຫວ່າງ ອາເມລິກາ ແລະ ຣັດເຊຍ ກາຍເປັນຈຸດສົນໃຈອີກ ໂດຍເມື່ອຕົ້ນເດືອນນີ້ ໄບເດັນ ຮຽກຮ້ອງໃຫ້ ປູຕິນ ຫລຸດຄວາມເຄັ່ງຕຶງທີ່ເກີດຂຶ້ນຈາກການສັ່ງສົມກຳລັງທະຫານຂອງຣັດເຊຍບໍລິເວນຊາຍແດນຢູເຄຣນ ພ້ອມທັງສະເໜີໃຫ້ມີການຈັດກອງປະຊຸມສຸດຍອດເພື່ອແກ້ໄຂຂໍ້ຂັດແຍ່ງຕ່າງໆ.
ເຖິງຢ່າງໃດກໍຕາມ, ໃນເວລານັ້ນເຄຣມລິນໄດ້ອອກມາຕອບຂໍ້ສະເໜີຂອງຜູ້ນຳອາເມລິກາວ່າ: ກອງປະຊຸມສຸດຍອດຈະເກີດຂຶ້ນ ຫລື ບໍ່ນັ້ນ ຂຶ້ນກັບພຶດຕິກຳຂອງອາເມລິກາ. ຂະນະດຽວກັນ ຍັງໄດ້ຂໍໃຫ້ວໍຊິງຕັນຍົກເລີກແຜນຂວໍ້າບາດຣັດເຊຍຄັ້ງໃໝ່.
ທັງນີ້, ການພົວພັນລະຫວ່າງ ຣັດເຊຍ ແລະ ອາເມລິກາ ໃນຍຸກຫລັງສົງຄາມເຢັນກັບມາຕົກຕໍ່າອີກໃນເດືອນຜ່ານມາ ຫລັງຈາກ ໄບເດັນ ຖືກຖາມໃນລະຫວ່າງການໃຫ້ສຳພາດນັກຂ່າວສຳນັກໜຶ່ງວ່າ: ທ່ານຄິດວ່າ ປູຕິນ ເປັນ “ນັກຂ່າ” ຫລື ບໍ່ ເຊິ່ງ ໄບເດັນ ຕອບວ່າເຫັນດ້ວຍ ສົ່ງຜົນໃຫ້ຣັດເຊຍບໍ່ພໍໃຈ ແລະ ຮຽກເອກອັກຄະລາຊະທູດປະຈຳນະຄອນຫລວງວໍຊິງຕັນ ດີ.ຊີ ກັບປະເທດເພື່ອປຶກສາຫາລື.
ນອກຈາກນັ້ນ ໃນເດືອນນີ້ ອາເມລິກາຍັງໄດ້ປະກາດມາດຕະການຂວໍ້າບາດຄັ້ງໃໝ່ຕໍ່ຣັດເຊຍຈາກການແຊກແຊງການເລືອກຕັ້ງອາເມລິກາ ໃນປີ 2020 ໄປຈົນເຖິງຂໍ້ຂັດແຍ່ງການແຮັກຂໍ້ມູນທາງໄຊເບີ, ການກັ່ນແກ້ງຢູເຄຣນ ແລະ ການກະທຳອື່ນໆທີ່ອາເມລິກາເບິ່ງວ່າເປັນການກະທຳທີ່ມຸ້ງຮ້າຍ.
ເຖິງຢ່າງໃດກໍດີ, ຫລາຍຝ່າຍມີຄວາມຫວັງວ່າ ກອງປະຊຸມສຸດຍອດລະຫວ່າງຜູ້ນຳອາເມລິກາ ແລະ ຣັດເຊຍ ອາດເກີດຂຶ້ນໄດ້ ຫລັງຈາກ ປູຕິນ ຕອບຮັບຄຳເຊີນຂອງ ໄບເດັນ ໃນການເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດທີ່ອາເມລິກາເປັນເຈົ້າພາບ ເຊິ່ງຈັດຂຶ້ນໃນຮູບແບບອອນລາຍເມື່ອອາທິດຜ່ານມາ.
ອ້າງອີງ:

