ຄະນະຜູ້ແທນແພດທະຫານອາຊຽນຫາລືວຽກງານມະນຸດສະທຳ

ກອງປະຊຸມຫົວໜ້າແພດທະຫານອາຊຽນຄັ້ງທີ 7 ແລະ ກອງປະຊຸມແລກປ່ຽນແພດທະຫານໜຸ່ມອາຊຽນໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດນີ້ທີ່ນະຄອນຫລວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງທ່ານພັນເອກ ບົວສິງ ອິນທະວົງ ຫົວໜ້າກົມເສນາຮັກກົມໃຫຍ່ພະລາທິການຂອງກອງທັບປະຊາຊົນລາວ, ພ້ອມດ້ວຍຄະນະຜູ້ແທນແພດທະຫານຂອງກອງທັບບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ທ່ານພັນເອກ ບົວສິງ ອິນທະວົງ ກ່າວວ່າ: ກອງປະຊຸມຫົວໜ້າແພດທະຫານອາຊຽນມີການເຕີບໃຫຍ່ຂະຫຍາຍຕົວຕໍ່ເນື່ອງນັບແຕ່ໄດ້ສ້າງຕັ້ງຂຶ້ນໃນປີ 2011 ທີ່ຮ່າໂນ້ຍ, ສສ.ຫວຽດນາມ, ເຊິ່ງສະແດງອອກໃນຄວາມເອົາໃຈໃສ່ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາສະຖາບັນແພດທະຫານຂອງປະເທດສະມາຊິກອາຊຽນໃນການເປັນເຈົ້າພາບ ແລະ ການເປັນປະທານຈັດກອງປະຊຸມຫົວໜ້າແພດທະຫານອາຊຽນ ແລະ ກິດຈະກຳອື່ນໆທີ່ກ່ຽວຂ້ອງ, ອັນໄດ້ປິກອບສ່ວນເຂົ້າໃນການສ້າງຂີດຄວາມສາມາດດ້ານຕ່າງໆໂດຍຜ່ານເວທີການປຶກສາຫາລື, ການແລກປ່ຽນຄວາມຮູ້ຄວາມສາມາດ, ການສຶກສາຄົ້ນຄວ້າ ແລະ ປະສົບການໃນການພົວພັນຮ່ວມມືແພດທະຫານ.
ກອງປະຊຸມໃນຄັ້ງນີ້ຈະໄດ້ແລກປ່ຽນທັດສະນະກ່ຽວກັບການເສີມສ້າງການຮ່ວມມືຂອງແພດທະຫານອາຊຽນໃນການຊ່ວຍເຫລືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ, ເຊິ່ງໃນປີຜ່ານມາພາກພື້ນພວກເຮົາແມ່ນຜະເຊີນກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງຫລາຍບັນຫາ, ໂດຍສະເພາະແມ່ນໄພພິບັດທາງທຳມະຊາດ, ໄພຂົ່ມຂູ່ດັ່ງກ່າວໄດ້ສົ່ງຜົນກະທົບອັນໃຫຍ່ຫລວງຕໍ່ຊີວິດ, ຊັບສິນຂອງປະຊາຊົນ ແລະ ການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ພາກພື້ນ. ການຊ່ວຍເຫລືອມະນຸດສະທຳ ແລະ ການບັນເທົາທຸກໄພພິບັດແມ່ນໜຶ່ງໃນຂົງເຂດວຽກງານການຮ່ວມມືຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ, ອາຊຽນບວກ ແລະ ເວດທີພາກພື້ນອາຊຽນ.
ກອງປະຊຸມໃນຄັ້ງນີ້, ຝ່າຍລາວໄດ້ສະເໜີ 3 ຫົວຂໍ້ ຄື: ເຫລົ່າຮົບເສນາຮັກຂອງກອງທັບປະຊາຊົນລາວ ແລະ ຄວາມພ້ອມໃນການຊ່ວຍເຫລືອມະນຸດສະທຳ ແລະ ການບັນເທົາທຸກໄພພິບັດ; ການເຝົ້າລະວັງພະຍາດໄຂ້ຍຸງລາຍໃນນະຄອນຫລວງວຽງຈັນຂອງສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບຂອງກັບທັບ ແລະ ບົດຄົ້ນຄວ້າກ່ຽວກັບການກວດອາຈົມເພື່ອຊອກພະຍາດໃບໄມ້ໃນຕັບໃນໂຮງໝໍ 103. ສໍາລັບກອງປະຊຸມຫົວໜ້າແພດທະຫານອາຊຽນຄັ້ງທີ 8 ແມ່ນຈະໄດ້ຈັດຂຶ້ນທີ່ປະເທດສິງກະໂປໃນປີຕໍ່ໄປ.

