ອົງການສິດທິມະນຸດເຕືອນບຣາຊິນ ສ່ຽງຜະເຊີນໄວຣັສຊິກາລະບາດຮອບໃໝ່

ກຸ່ມນັກປົກປ້ອງສິດທິມະນຸດເຕືອນວ່າ: ບັນຫາດ້ານສຸຂະອະນາໄມ ແລະ ນ້ຳເປື້ອນອາດເຮັດໃຫ້ເຊື້ອໄວຣັສຊິກາກັບມາແຜ່ລະບາດຢູ່ບຣາຊິນອີກ, ພາຍຫລັງລັດຖະບານຍັງບໍ່ມີການແກ້ໄຂບັນຫາດັ່ງກ່າວຢ່າງເໝາະສົມ.
ຮິວແມນໄຣວອດອອກລາຍງານເຕືອນໃນວັນທີ 13 ກໍລະກົດນີ້ວ່າ: ບຣາຊິນສ່ຽງຈະຜະເຊີນເຊື້ອໄວຣັສຊິກາແຜ່ລະບາດຮອບໃໝ່, ພາຍຫລັງຫາກໍຍົກເລີກການປະກາດສະຖານະການສຸກເສີນດ້ານສາທາລະນະສຸກຈາກການແຜ່ລະບາດຂອງໄວຣັສຊິກາພາຍໃນປະເທດໃນໄລຍະເດືອນພຶດສະພາຜ່ານມາ ລວມໄລຍະເວລາການແຜ່ລະບາດຂອງເຊື້ອໄວຣັສດົນເຖິງ 18 ເດືອນ.
ຮິວແມນໄຣວອດລະບຸວ່າ: ປະຊາຊົນຢູ່ບຣາຊິນຫລາຍລ້ານຄົນຍັງຜະເຊີນບັນຫາຂາດເຂີນນ້ຳອຸປະໂພກ-ບໍລິໂພກ ແລະ ບັນຫາດ້ານການບໍລິການສຸຂະອະນາໄມທີ່ບໍ່ພຽງພໍ. ນອກຈາກນີ້ ລັດຖະບານຄວນເລັ່ງແກ້ໄຂກົດໝາຍຫລຸດໂທດການເອົາລູກອອກ ແລະ ໃຫ້ການສະໜັບສະໜູນບັນດາເດັກທີ່ໄດ້ຮັບເຊື້ອໄວຣັສຊິກາຫລາຍຂຶ້ນ.

