ສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຊ ຮຸນ ແຊນ ສົ່ງສານສະແດງຄວາມຍິນດີ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ

ສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຊ ຮຸນ ແຊນ
ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ
ພະນົມເປນ, ວັນທີ 22 ມີນາ 2021
ພະນະທ່ານ ດຣ. ທອງລຸນ ສີສຸລິດປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ
ພະນະທ່ານ,
ໃນນາມ ລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນບໍ່ດົນມານີ້. ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງສຸງສຸດ ອັນເປັນການສະແດງໃຫ້ເຫັນເຖິງ ຄວາມໄວ້ເນື້ອເຊື່ອໃຈຢ່າງຕາຍໃຈ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນລາວ ໃນການບໍລິຫານປະເທດ ທີ່ມີຄວາມປີຊາສາມາດຂອງພະນະທ່ານ ໂດຍສະເພາະການນໍາພາປະເທດຊາດ ໃຫ້ມີຄວາມສີວິໄລ ແລະ ຈະເລີນກ້າວໜ້າໃນອະນາຄົດ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈເປັນຢ່າງສູງມາຍັງພະນະທ່ານ ທີ່ໄດ້ຖະນຸບໍາລຸງສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການພົວພັນຮ່ວມມືທີ່ດີ ລະຫວ່າງສອງປະເທດຂອງພວກເຮົາ ໃນໄລຍະທີ່ພະນະທ່ານ ໄດ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ໃນທຸກຂົງເຂດລະຫວ່າງສອງປະເທດຂອງພວກເຮົາ ແມ່ນບົນພື້ນຖານໄມຕີຈິດມິດຕະພາບຖານເພື່ອນບ້ານ ແລະ ຄວາມສາມັກຄີແບບພີ່ນ້ອງ, ເຊິ່ງໄດ້ປະກອບສ່ວນບໍ່ພຽງແຕ່ຄວາມຢູ່ດີກິນດີຂອງປະຊາຊົນສອງຊາດຂອງພວກເຮົາ ແຕ່ຍັງປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ຈະສືບຕໍ່ຮ່ວມເຮັດວຽກກັບຜູ້ທີ່ຈະມາສືບທອດຕໍາແໜ່ງນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ຜູ້ຕໍ່ໄປ ເພື່ອເພີ່ມພູນຄູນສ້າງການພົວພັນທີ່ດີ ແລະ ການຮ່ວມມືຍຸດທະສາດຮອບດ້ານ, ຍາວນານ ລະຫວ່າງສອງປະເທດຂອງພວກເຮົາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ບົນພື້ນຖານຜົນປະໂຫຍດລວມ ຂອງປະ ຊາຊົນສອງຊາດ ຂອງພວກເຮົາ, ເພື່ອຄວາມຈະເລີນຮຸ່ງເຮືອງຂອງປະຊາຄົມອາຊຽນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສຸງ,
ຮຸນ ແຊນ
