CopyCat ມັລແວໂຕຮ້າຍ ລະບາດເທິງແອນດຣອຍແລ້ວກວ່າ 14 ລ້ານເຄື່ອງ ເສຍຫາຍຫຼາຍກວ່າ 1,5 ລ້ານໂດລາ

CopyCat ມັລແວໂຕຮ້າຍລະບາດໜັກໃນລະບົບແອນດຣອຍ ສ້າງຄວາມເສຍຫາຍຫລາຍກວ່າ 1,5 ລ້ານໂດລາສະຫະລັດ. ຄວາມຈິງແລ້ວມູນຄ່າຄວາມເສຍຫາຍຫຼາຍລ້ານເກີດກັບຜູ້ໃຫ້ບໍລິການໂຄລະນາຫຼາຍກວ່າຜູ້ໃຊ້ທົ່ວໄປ.
ກ່າວເຖິງລະບົບປະຕິບັດການທີ່ມີຜູ້ໃຊ້ຫຼາຍທີ່ສຸດໃນໂລກເຊັ່ນ ແອນດຣອຍ (Android) ທີ່ຖືກຕໍ່ຍອດມາຈາກ Linux ຖືກນໍາມາໃຊ້ຮ່ວມກັບອຸປະກອນຫຼວງຫຼາຍ ເພາະເປັນ Open Source ທີ່ເປີດໃຫ້ທຸກຄົນສາມາດນໍາໄປໃຊ້ ຫຼື ແກ້ໄຂ້ໄດ້. ແອັບພລິເຄຊັ່ນກໍມີໃຫ້ເລືອກຫຼວງຫຼາຍ ແຕ່ທຸກຄົນຮູ້ບໍ່ວ່າ ນັກພັດທະນາແອັບມີລາຍໄດ້ຫຼັກມາຈາກກາຍຂາຍແອັບ ແລະ ຄ່າໂຄສະນາຈາກຜູ້ໃຫ້ບໍລິການໂຄສະນາໃນແອັບ.
ມັລແວຕົວນີ້ ມີນາມວ່າ CopyCat ລະບາດຢູ່ໃນລະບົບແອນດຣອຍຫຼາຍກວ່າ 14 ລ້ານເຄື່ອງທົ່ວໂລກ ໂດຍເຫຍື່ອສ່ວນຫຼາຍຢູ່ໃນທະວີບອາຊີ ແລະ ໃຊ້ລະບົບແອນດຣອຍ ເວີຊັ່ນ 5.0 ຫຼື ເກົ່າກວ່ານີ້ ຈະເພີ່ມໂອກາດການຕິດມັລແວຕົວນີ້ ຫຼາຍກວ່າເວີຊັ່ນໃຫມ່ໆ. ຫຼັກການເຮັດວຽກຂອງມັນຄືຝັງໂຕເຂົ້າໄປໃນລະບົບ ແລ້ວແຮັກເຂົ້າໄປປ່ຽນລະບົບໂອນເງິນຂອງຜູ້ໃຫ້ບໍລິການໂຄສະນາເທິງແອັບພລິເຄຊັ່ນ ມາເປັນຂອງແຮກເກີແທນ. ນອກຈາກນີ້ ມັນຍັງດາວໂຫຼດ ແລະ ຕິດຕັ້ງແອັບພລິເຄຊັ່ນແປກປອມໃນໂທລະສັບມືຖືຂອງເຮົາອີກ.
ຈາກການລາຍງານຂອງ CheckPoint ກ່າວວ່າ: ຜູ້ໃຊ້ທີ່ຖືກ CopyCat ເຈາະລະບົບສ່ວນຫຼາຍມັກຈະໂຫຼດແອັບພລິເຄຊັ່ນຕາມເວັບໄຊ ຫຼື ຕາມຮ້ານຂາຍໂທລະສັບ. ວິທີການປ້ອງກັນຄືອັບເດດລະບົບ ແລະ ດາວໂຫຼດແອັບພລິເຄຊັ່ນຈາກ Google Play ເທົ່ານັ້ນ ເພາະວ່າທຸກແອັບຜ່ານການກວດສອບແລ້ວ ຖ້າປະຕິບັດຕາມທີ່ບອກໄວ້ຂ້າງເທິງຈະປອດໄພຈາກມັລແວຕົວຮ້າຍນີ້ແນ່ນອນ.

