ນະຄອນຫຼວງ ມະນີລາ ຟີລິບປິນ ສັ່ງໃຫ້ໄວໜຸ່ມຢູ່ເຮືອນ ເພື່ອຄຸມການລະບາດຂອງໂຄວິດ-19

ທາງການນະຄອນຫຼວງ ມະນີລາ ຂອງຟີລິບປິນ ອອກຄຳສັ່ງໃຫ້ເຍົາວະຊົນອາຍຸຕໍ່າກວ່າ 18 ປີ ຢູ່ເຮືອນທີ່ພັກພາອາໄສ ເປັນເວລາ 2 ອາທິດ ເພື່ອຄຸມເຂັ້ມການລະບາດຂອງໂຄວິດ-19.

ຄຳສັ່ງດັ່ງກ່າວຈະສົ່ງຜົນໃຫ້ສະເພາະພົນລະເມືອງທີ່ມີອາຍຸຕັ້ງແຕ່ 18-65 ປີ ທີ່ສາມາດອອກຈາກທີ່ພັກອາໄສໄດ້ ຂະນະທີ່ພວກເຍົາວະຊົນອາຍຸຕໍ່າກວ່າ 18 ປີ ຈະຕ້ອງຢູ່ແຕ່ໃນເຮືອນ ເພື່ອສະກັດກັ້ນການລະບາດຮອບໃໝ່ຂອງໂຄວິດໃນນະຄອນຫຼວງ ໂດຍຟີລິບປິນມີການຜ່ອນຜັນລ໊ອກດາວມາຕັ້ງແຕ່ທ້າຍປີກາຍ  ຫຼັງຈາກໃຊ້ມາດຕະການລ໊ອກດາວມາຍາວນານ ທີ່ສຸດປະເທດໜຶ່ງໃນໂລກ ຍັງຄົງໃຫ້ເດັກອາຍຸຕໍ່າກວ່າ 15 ປີ ຢູ່ແຕ່ພາຍໃນເຮືອນ ເນື່ອງຈາກພົບການລະບາດຮອບໃໝ່ໃນເດືອນນີ້ ໂດຍພົບຜູ້ຕິດເຊື້ອໃໝ່ເຖິງ 5.404 ຄົນ ເມື່ອວັນຈັນທີ່ຜ່ານມາ.

ຂະນະດຽວ ຟີລິບປິນຍັງປະເຊີນກັບສຽງວິພາກວິຈານຢ່າງໜັກ ໃນການຫຼ້າຊ້າການສັກວັກຊີນໃຫ້ກັບປະຊາຊົນ ຊຶ່ງທາງການລະບຸວ່າ ວັກຊີນເກືອບ 2.4 ລ້ານໂດສ ຈະຖະຍອຍສົ່ງມາເຖິງໃນຊ່ວງເດືອນເມສາ ແລະ ມີວັກຊີນ ຊີໂນແວັກຈາກຈີນອີກ 400.000 ໂດສ ຊຶ່ງກະຊວງສາທາລະນະສຸກຂອງຟີລິບປິນ ຍັງບໍ່ທັນມີແຜນທີ່ຈະລັງັບໃຊ້ວັກຊີນ ແອສຕຣາເຊເນກາ ແຕ່ຢ່າງໃດ,