ສະຫະລັດອາເມລິກາ ເກີດເຫດຍິງກັນຕາຍ 7 ຄົນ

ສຳນັກຂ່າວ ເອັນບີຊີ ເມື່ອວັນທີ 17 ມີນານີ້ ລາຍງານວ່າ ໄດ້ເກີດເຫດຍິງກັນຢູ່ໃກ້ກັບໂຮງອົບນວດແຫ່ງໜຶ່ງ, ຫຼັງຈາກນັ້ນເຈົ້າໜ້າທີ່ ກໍໄດ້ເຂົ້າຄວບຄຸມສະຖານະການທັນທີ.

ຢູ່ສະຖານທີ່ເກີດເຫດ ເຈົ້າໜ້າທີ່ຕຳຫຼວດ ໄດ້ພົບເຫັນຜູ້ເຄາະຮ້າຍ, ໃນນັ້ນ 2 ຄົນຕາຍຄາທີ່, ອີກ 3 ຄົນບາດເຈັບຖືກນຳສົ່ງໂຮງໝໍ ແລະ 1 ໃນນັ້ນ ເສຍຊີວິດໃນເວລາຕໍ່ມາ.

ເຈົ້າໜ້າທີ່ຄົນໜຶ່ງຊື່ Jay Baker ໄດ້ຕີແຜ່ຮູບຄົນຮ້າຍໃຫ້ສາທາລະນະຊົນຮັບຊາບ ເພື່ອໃຫ້ປະຊາຊົນເປັນຫູເປັນຕາ ແລະ ລາຍງານເຈົ້າໜ້າທີ່ ເພື່ອຈັບກຸມຜູ້ກໍ່ເຫດ.

ຢູ່ທີ່ Atlanta ເຈົ້າໜ້າທີ່ໄດ້ໄດ້ລະງັບເຫດການປຸ້ນຈີ້ ທີ່ມີ 3 ຄົນຖືກຍິງຕາຍຄາທີ່ . ແຕ່ເຈົ້າໜ້າທີ່ບໍ່ທັນມີຂໍ້ມູນພວກກໍ່ເຫດ ແຕ່ຫົວໜ້າຕຳຫຼວດ ທ່ານ Rodney Bryant ໃຫ້ຮູ້ວ່າ ມີຄີບ ວີດີໂອ ທີ່ພົວພັນກັບເຫດການ ກຳລັງຄົ້ນຄວ້າຢູ່.