ຕິດຄຸກ 212 ປີ ພໍ່ຂ້າລູກ ຫວັງເງິນປະກັນ 260.000 ໂດລາ

ສານອາເມລິກາຕັດສິນຊາຍຊາວແຄລິຟໍເນຍຕິດຄຸກ 212 ປີ ຂໍ້ຫາຄາດຕະກຳລູກຊາຍທັງ 2 ຄົນ ແລະ ພະຍາຍາມຂ້າອະດີດພັນລະຍາ.
ສຳນັກຂ່າວ AFP ລາຍງານວ່າ: ເມື່ອວັນທີ 11 ມີນາຜ່ານມາ, Ali Elmezayen ອາຍຸ 45 ປີ ຖືກສານພິພາກສາຕັດສິນຈຳຄຸກ 212 ປີ ໃນຂໍ້ຫາຄາດຕະກຳລູກຊາຍທັງ 2 ຄົນ ແລະ ພະຍາຍາມຂ້າອະດີດພັນລະຍາ ເພື່ອວັງເງິນປະກັນຊີວິດ.
ໂດຍໃນປີ 2012, Ali ຊື້ປະກັນໄພອຸປະຕິເຫດ ແລະ ປະກັນຊີວິດຈາກຫລາຍບໍລິສັດ ລວມເປັນເງິນຄຸ້ມຄອງ 3 ລ້ານໂດລາສະຫະລັດ. ຕໍ່ມາໃນປີ 2015, Ali ຂັບລົດໄປກັບອະດີດພັນລະຍາ ແລະ ລູກຊາຍ 2 ຄົນ ອາຍຸ 8 ປີ ແລະ 13 ປີ ໄປບໍລິເວນທ່າເຮືອທາງຕອນໃຕ້ຂອງລອສແອງເຈລິສກ່ອນຈະຂັບລົດລົງນ້ຳ, ສ່ວນອະດີດພັນລະຍາໄດ້ຮັບການຊ່ວຍເຫລືອຈາກຊາວປະມົງ ແຕ່ລູກຊາຍທັງ 2 ເສຍຊີວິດ.
ພາຍຫລັງການເສຍຊີວິດຂອງລູກຊາຍ, Ali ໄດ້ຮັບເງິນປະກັນຊີວິດຫລາຍກວ່າ 260.000 ໂດລາສະຫະລັດ.
ຈອນ ວອລເຕີ ຜູ້ພິພາກສາກ່າວວ່າ: ການກະທຳຂອງ Ali ເປັນການກໍ່ອາດຊະຍາກຳທີ່ໂຫດຮ້າຍ ຄວາມເສຍໃຈດຽວທີ່ຈຳເລີຍມີຄືເສຍໃຈທີ່ລາວຖືກຈັບໄດ້.

