ລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ຈະຢ້ຽມຢາມຍີ່ປຸ່ນ ແລະ ເກົາຫຼີໄຕ້

ສຳນັກຂ່າວ ຣອຍເຕີ ລາຍງານເມື່ອວັນທີ 10 ມີນານີ້ ໃຫ້ຮູ້ວ່າ ລັດຖະມົນຕີການຕ່າງປະເທດ Antony Blinken ແລະ ລັດຖະມົນຕີປ້ອງກັນປະເທດ Lloyd Austin ຈະພ້ອມກັນໄປຢ້ຽມຢາມສັນຖະວະໄມຕີ ຍີ່ປຸ່ນ ແລະ ເກົາຫຼີໄຕ້.

ການໄປຢ້ຽມຢາມຄັ້ງນີ້ ສະແດງໃຫ້ເຫັນຄວາມກັງວົນຂອງລັດຖະບານປະທານາທິບໍດີສະຫະລັດ ໂຈໄບເດັນ ກ່ຽວກັບຄວາມທ້າທາຍ ຂອງບັນຫາໂຄງການນິວເຄຣຍ ແລະ ລູກສອນໄຟຂອງ ເກົາຫຼີເໜືອ ກໍຄືການລຸກຮື້ຂຶ້ນ ຂອງຈີນ.

ລັດຖະມົນຕີທັງສອງທ່ານ ຈະໄປຢ້ຽມຢາມ ຍີ່ປຸ່ນ ແລະ ເກົາຫຼີໄຕ້ຕາມລຳດັບຄື: ວັນທີ 15-18 ມີນາ ຈະຢ້ຽມຢາມ ເກົາຫຼີໄຕ້, ຊຶ່ງສະຫະລັດຈະໃຫ້ຄຳໝັ້ນສັນຍາ ຈະປັບປຸງຄືນສາຍສຳພັນພັນທະມິດລະຫວ່າງສອງປະເທດ ແລະ ຢືນຢັນວ່າ ຈະໃຫ້ການຮ່ວມມື ແລະ ສົ່ງເສີມສັນຕິພາບ, ຄວາມສະຫງົບ ແລະ ຄວາມວັດຖະນາຖາວອນຢູ່ໃນຂົງເຂດພາກພຶື້ນ ອິນເດຍ-ປາຊີຟິກ ກໍຄືໃນທົ່ວໂລກ.

ສຳນັກຂ່າວ ຣອຍເຕີຍັງໃຫ້ຮູ້ ເພີ່ມເຕີມວ່າການທີ່ລັດຖະມົນຕີສອງກະຊວງຂອງສະຫະລັດໄປຢ້ຽມຢາມເກົາຫຼີໄຕ້ ແລະ ຍີ່ປຸ່ນ ໃນທ່າມກາງສະຖານະການລັດຖະບານ ວໍຊິງຕັນ ກຳລັງຊອກຫາວິທີທາງການພົວພັນກັບພັນທະມິດທີ່ສຳຄັນ ໃນຂະນະທີ່ຈີນມີນະໂຍບາຍຕ່າງປະເທດນັບມື້ແຂງແກ່ນຢູ່ໃນຂົງເຂດພາກພື້ນອີນເດຍ-ປາຊີຟິກ ແລະ ພາກພື້ນອື່ນໆ ໃນໂລກ.