ວັນທີ 8 ເດືອນ 3 ວັນງາມຂອງແມ່ຍິງທົ່ວໂລກ

ທິດກໍ່າ
ທິດກໍ່າ ຈະບໍ່ຂໍເອີ່ຍເຖິງປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ທີ 8 ເດືອນມີນາ ເພາະວ່າຄົນສ່ວນຫລາຍໃຜໆກໍຮັບຮູ້ ແລະ ເຂົ້າໃຈໂດຍທົ່ວເຖິງກັນມາແລ້ວຢ່າງເລິກເຊິ່ງ ແລະ ກວ້າງຂວາງ. ແຕ່ໃນທີ່ນີ້ຈະຂໍພຽງແຕ່ຢາກຍິບຍົກໃຫ້ເຫັນວ່າວັນດັ່ງກ່າວເປັນວັນທີ່ມີຄວາມໝາຍ ແລະ ເປັນວັນສຳຄັນສຳລັບແມ່ຍິງລາວ ກໍຄືແມ່ຍິງໃນທົ່ວໂລກ. ດັ່ງທີ່ຮູ້ນຳກັນດີແລ້ວວ່າ ວັນທີ 8 ເດືອນມີນາ ເປັນວັນແມ່ຍິງສາກົນ ເຊິ່ງຄົນໃນທົ່ວໂລກຕ່າງກໍໃຫ້ຄວາມສຳຄັນ ຖືເປັນວັນປະຫວັດສາດທາງສາກົນວັນໝຶ່ງສຳລັບແມ່ຍິງໃນຂອບເຂດທົ່ວໂລກ. ໃນທຸກໆປີເມື່ອເຖິງວັນດັ່ງກ່າວວຽນມາບັນຈົບຄົບຮອບແລ້ວ ບັນດາອົງການຈັດຕັ້ງແມ່ຍິງໃນທົ່ວໂລກຕ່າງກໍມີການສະເຫລີມສະຫລອງ ເພື່ອເປັນການລະນຶກ ແລະ ຮູ້ບຸນຄຸນເຖິງວິລະກຳອັນລ້ຳເລີດໃນການຕໍ່ສູ້ເພື່ອທວງເອົາສິດປະຊາທິປະໄຕໃຫ້ແກ່ແມ່ຍິງທີ່ຖືກກົດຂີ່ຂູດຮີດໃນການອອກແຮງງານດ້ວຍຮູບແບບຈາກພວກນາຍທຶນ. ສຳລັບແມ່ຍິງລາວຂອງພວກເຮົາເມື່ອເຖິງວັນທີ 8 ເດືອນມີນາມາເຖິງແລ້ວກໍມີການສະເຫລີມສະຫລອງ ດ້ວຍການເຄື່ອນໄຫວຈັດກິດຈະກຳຕ່າງໆເຊັ່ນ: ຈັດເສວະນາເລົ່າມູນເຊື້ອ, ຈັດການແຂ່ງຂັນກິລາປະເພດຕ່າງໆຂອງແມ່ຍິງ, ສະແດງສິລະປະວັນນະຄະດີ, ໄປທ່ອງທ່ຽວພັກຜ່ອນຢ່ອນອາລົມຕາມສະຖານທີ່ຕ່າງໆທີ່ມີໃນທ້ອງຖິ່ນ. ບັນດາກິດຈະກຳທີ່ໄດ້ກ່າວມານີ້ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຖືເປັນສຳຄັນໃນການຍົກສູງຖານະບົດບາດຂອງແມ່ຍິງລາວໃຫ້ກ້າວໄປທັນໂລກ.
ຍ້ອນເຫັນບົດບາດ ແລະ ຄວາມສຳຄັນຂອງວັນແມ່ຍິງລາວ, ພັກ ແລະ ລັດຖະບານເຮົາຈຶ່ງຕົກລົງສ້າງຕັ້ງອົງການໜຶ່ງຂຶ້ນມາ ເອີ້ນວ່າ: “ສູນກາງສະຫະພັນແມ່ຍິງລາວ” ອົງການນີ້ແມ່ນອົງການຈັດຕັ້ງມະຫາຊົນໜຶ່ງທີ່ຂຶ້ນກັບພັກຊີ້ນຳໂດຍກົງ ແລະ ມີລະບົບການຈັດຕັ້ງແຕ່ສູນກາງຮອດທ້ອງຖິ່ນເຊັ່ນ: ສູນກາງສະຫະພັນແມ່ຍິງ, ສະຫະພັນແມ່ຍິງກະຊວງທະບວງກົມ, ສະຫະພັນແມ່ຍິງແຂວງ, ກຳແພງນະຄອນ, ສະຫະພັນແມ່ຍິງເມືອງ ແລະ ໜ່ວນສະຫະພັນແມ່ຍິງບ້ານເຫລົ່ານີ້ເປັນຕົ້ນ. ໃນບັນດາສະຫະພັນແມ່ຍິງແຕ່ລະຂັ້ນມີໜ້າທີ່ຄຸ້ມຄອງ, ສຶກສາອົບຮົມ ແລະ ພັດທະນາແມ່ຍິງລາວໃນທົ່ວປະເທດໃຫ້ພ້ອມກັນເຫັນ ແລະ ຮັບຮູ້ຖານະບົດບາດ, ໜ້າທີ່ຂອງຕົນເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະແມ່ນໃຫ້ເຫັນໄດ້ບົດບາດໜ້າທີ່ຂອງຕົນເອງໃນການຝຶກຝົນຫລໍ່ຫລອມ ແລະ ພັດທະນາໃຫ້ກ້າວໄປຕາມຍຸກສະໄໝເປົ້າໝາຍທຸກສິ່ງທຸກຢ່າງ ສະແດງອອກນັບແຕ່ເປັນເມຍທີ່ດີຂອງຜົວ, ເປັນແມ່ທີ່ເກັ່ງຂອງຄອບຄົວ, ເປັນພະນັກງານ, ທະຫານ, ຕຳຫລວດ, ເປັນນັກວິຊາການ, ເປັນວິສະວະກອນທີ່ດີທີ່ເກັ່ງຂອງຊາດ ມີຄຸນສົມບັດວັດທະນະທຳ ແລະ ວິຊາສະເພາະສູງ ທັງໝົດເຫລົ່ານີ້ສັງລວມໄດ້ວ່າ: ຕ້ອງເປັນແມ່ຍິງທີ່ດີຂອງພັກ, ຂອງລັດ ແລະ ຂອງຊາດນັ້ນເອງ.
ເພື່ອເຮັດໃຫ້ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານທີ່ມີຕໍ່ແມ່ຍິງເປັນໄປຕາມເປົ້າໝາຍ ຈຶ່ງຖືເອົາວັນແມ່ຍິງສາກົນເປັນວັນໜຶ່ງເພື່ອສ້າງຈິດສຳນຶກໃຫ້ທຸກຄົນໃນສັງຄົມລາວ ໂດຍສະເພາະແມ່ນແມ່ຍິງລາວໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມໝາຍ, ຄວາມສຳຄັນຂອງວັນທີ 8 ມີນາ ເປັນວັນແມ່ຍິງສາກົນທີ່ຊາວໂລກພາກັນນັບຖື ແລະ ໃຫ້ຄວາມສຳຄັນ ບໍ່ວ່າຄົນໃນປະເທດໃດເມື່ອເຖິງວັນດັ່ງກ່າວແລ້ວກໍຕ້ອງໄດ້ຫວນຄືນເຖິງປະຫວັດສາດແຫ່ງການຕໍ່ສູ້ຂອງແມ່ຍິງທີ່ຖືກກົດຂີ່ຂູດຮີດດ້ວຍການອອກແຮງງານຢ່າງໜັກໜ່ວງຈາກພວກນາຍທຶນໃນອາເມລິກາ ໃນຊຸມປີ 1800 ເປັນຕົ້ນມາ ຈົນປະຫວັດສາດໂລກໄດ້ຈາລຶກໄວ້ວ່າ ວັນທີ 8 ມີນາ ເປັນວັນແຫ່ງໄຊຊະນະຢ່າງຍິ່ງໃຫຍ່ຂອງແມ່ຍິງທົ່ວໂລກ ແລະ ເປັນວັນທີ່ດີງາມທີ່ສຸດສຳລັບແມ່ຍິງລາວ ແລະ ແມ່ຍິງທົ່ວໂລກ.
