ແມ່ຍິງລາວໃນຍຸກໃໝ່ໄຟແຮງ

ໂດຍ: ທິດກໍ່າ
ເມື່ອຕັ້ງໂຈດກັນວ່າແມ່ຍິງລາວໃນຍຸກນີ້ແຕກຕ່າງກັບສະໄໝກ່ອນແນວໃດ ? ຄຳຕອບກໍມີຢູ່ວ່າ “ແຕກຕ່າງກັນຫລາຍອີ່ຫລີ” ຍ້ອນວ່າໃນສະໄໝກ່ອນແມ່ຍິງລາວມີຄວາມທຸກ ແລະ ຖືກຜົນກະທົບຈາກສະພາບແວດລ້ອມຫລາຍດ້ານ ເພາະວ່າໃນຍຸກກ່ອນ ປະເທດຊາດໄດ້ຕົກເປັນຫົວເມືອງຂຶ້ນຂອງສັກດີນາຕ່າງດ້າວ ແລະ ຈັກກະພັດເຂົ້າມາບຸກລຸກຮຸກຮານແລ້ວຍຶດເອົາປະເທດເຮົາເປັນຫົວເມືອງຂຶ້ນເປັນເວລາຍາວນານຫລາຍຮ້ອຍປີ. ຈາກສະພາບດັ່ງກ່າວ ປະເທດຊາດຕ້ອງຕົກຢູ່ໃນຊາຕາອາພັບ, ທຸກຍາກຂາດເຂີນ ແລະ ດ້ອຍພັດທະນາມາເປັນເວລາຫລາຍທົດສະວັດ. ໃນຍຸກກ່ອນ, ແມ່ຍິງລາວບໍ່ມີໂອກາດໄດ້ໃຊ້ສິດປະຊາທິປະໄຕຂອງຕົນຢ່າງເຕັມປ່ຽມເຂົ້າໃນພາລະກິດການສ້າງສາພັດທະນາປະເທດຊາດ, ຊ້ຳບໍ່ໜຳ ຍັງຖືກຜົນກະທົບຈາກເສິກສົງຄາມມາເປັນເວລາຫລາຍສິບປີ ໂດຍສະເພາະແມ່ນແມ່ຍິງໃນເຂດປົດປ່ອຍຕ້ອງໄດ້ແບກຫາບກັບພາລະກິດຕໍ່ສູ້ປະຕິວັດປົດປ່ອຍຊາດມາເປັນເວລາຍືດເຍື້ອຍາວນານຈຶ່ງສາມາດປົດປ່ອຍໄດ້ທົ່ວປະເທດໃນປີ 1975.
ແຕ່ວ່າແນວໃດກໍຕາມ, ຕໍ່ສະພາບແວດລ້ອມດັ່ງກ່າວ ແມ່ຍິງລາວໂດຍລວມກໍຍັງເຮັດໜ້າທີ່ຂອງຕົນດ້ວຍມານະຈິດອັນຜ່ອງໃສສູງສົ່ງຕາມພາລະບົດບາດ, ສິດໜ້າທີ່ຂອງຄວາມເປັນແມ່ທີ່ດີເຊັ່ນ: ເປັນແມ່ເຮືອນທີ່ດີ, ລ້ຽງລູກລ້ຽງເຕົ້າ, ໜຶ້ງເຂົ້າເປົ່າໄຟ, ເກັບຜັກຫັກໜໍ່ ແລະ ເຮັດໄຮ່ເຮັດນາຢ່າງໜັກໜ່ວງພໍສົມຄວນ. ສ່ວນແມ່ຍິງທີ່ດຳລົງຊີວິດຢູ່ຕາມຕົວເມືອງກໍເຮັດໜ້າທີ່ຄ້າຂາຍງາຍມືຫາເຊົ້າກິນຄໍ່າ ການທີ່ຈະໄດ້ເປັນພະນັກງານ, ຂ້າລາດຊະການ, ເປັນເຈົ້າເປັນນາຍແມ່ນມີໜ້ອຍທີ່ສຸດ ເພາະທຸກສິ່ງຢ່າງມັນຂຶ້ນກັບເຈົ້ານາຍເໜືອຫົວເປັນຜູ້ຕັດສິນ. ສ່ວນວ່າເປັນນັກວິຊາການ, ເປັນກຳມະກອນໃນໂຮງຈັກໂຮງງານແມ່ນຫາຍາກທີ່ສຸດ ເພາະສະໄໝກ່ອນປະເທດຊາດຂອງພວກເຮົາບໍ່ທັນມີຮອດໂຮງຈັກໂຮງງານຄືສະໄໝນີ້. ແຕ່ວ່າແມ່ຍິງເຮົາທີ່ຢູ່ໃນເຂດປົດປ່ອຍຍັງໄດ້ສະໝັກເຂົ້າເປັນທະຫານ, ພະນັກງານ, ມີຈຳນວນຫລວງຫລາຍໄດ້ກາຍເປັນນັກປະຕິວັດເພື່ອເຮັດໜ້າທີ່ສູ້ຮົບກັບສັດຕູທີ່ເຂົ້າມາຮຸກຮານປະເທດຊາດບ້ານເມືອງ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນແລ້ວ ແມ່ຍິງລາວກໍຄ່ອຍໆພັດທະນາຕົນເອງໃຫ້ກ້າວໄປຕາມແຕ່ລະໄລຍະໃນຂະບວນວິວັດການປ່ຽນແປງຂອງສັງຄົມແຫ່ງຍຸກສະໄໝ.
ພໍຕົກມາຮອດຍຸກປັດຈຸບັນນີ້, ແມ່ຍິງລາວໄດ້ມີການປ່ຽນແປງຢ່າງກ້າວກະໂດດຂັ້ນ ອັນສາເຫດຕົ້ນຕໍກໍເນື່ອງມາຈາກພັກ ແລະ ລັດຖະບານໄດ້ມີແນວທາງຈັດຕັ້ງນຳພາ, ເອົາໃຈໃສ່ສຶກສາອົບຮົມດ້ວຍຮູບການຈັດຕັ້ງອົງການໜຶ່ງຂຶ້ນມາ ເອີ້ນວ່າ: ສະຫະພັນແມ່ຍິງລາວ ເປັນຜູ້ເຮັດໜ້າທີ່ຄຸ້ມຄອງຈັດຕັ້ງນຳພາ, ສຶກສາອົບຮົມໃຫ້ແມ່ຍິງລາວກ້າວໄປໃຫ້ທັນຍຸກ, ທັນສະໄໝ ແລະ ກ້າວໄປຢ່າງບໍ່ຢຸດຢັ້ງ. ຜ່ານພຶດຕິກຳຕົວຈິງໃນຂະບວນການປະຕິວັດແຕ່ລະໄລຍະຈຶ່ງເຮັດໃຫ້ແມ່ຍິງລາວມີອັນປ່ຽນແປງໃໝ່ຢ່າງກ້າວກະໂດດຂັ້ນ.
ມາຮອດປັດຈຸບັນແມ່ຍິງລາວໄດ້ເປັນກຳລັງແຮງອັນສຳຄັນໃຫຍ່ຫລວງໃນພາລະກິດສ້າງສາພັດທະນາປະເທດຊາດ. ຍ້ອນເຫັນຄວາມໝາຍຄວາມສຳຄັນ ແລະ ບົດບາດໜ້າທີ່ຂອງແມ່ຍິງ, ພັກ ແລະ ລັດຖະບານ ຈຶ່ງຍົກສູງໃຫ້ແມ່ຍິງປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ ບໍ່ວ່າໃນຂົງເຂດບໍລິຫານປົກຄອງບ້ານເມືອງ, ຂົງເຂດເສດຖະກິດ-ສັງຄົມ ນັບທັງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຕົວຢ່າງໃຫ້ເຫັນຢ່າງຊັດເຈນກໍຄື ແມ່ຍິງລາວໄດ້ເປັນຜູ້ນຳຂັ້ນສູງສຸດຂອງປະເທດ, ເປັນລັດຖະມົນຕີ, ອະທິບໍດີ, ເປັນນາຍຮ້ອຍ, ນາຍພັນ, ເປັນນັກວິສະວະກອນ, ເປັນວິຊາການ, ເປັນຕຳຫລວດ, ທະຫານ, ພະນັກງານ, ເປັນກຳມະກອນຕາມໂຮງຈັກໂຮງງານຢ່າງຫລວງຫລາຍພາຍມາກ. ໃນພຶດຕິກຳຕົວຈິງທີ່ສະແດງໃຫ້ເຫັນຄວາມສາມາດຂອງຜູ້ຍິງລາວໃນຍຸກປັດຈຸບັນ ເຂົາໄດ້ເຮັດໜ້າທີ່ຄຽງຄູ່ກັບເພດຊາຍ ແລະ ມີບາງຢ່າງເຮັດໄດ້ດີກວ່າເພດຊາຍເປັນການເຂົ້າວັດຟັງທຳກໍມີແຕ່ແມ່ຍິງເປັນສ່ວນໃຫຍ່, ຟ້ອນລຳວົງດ້ວຍຈັງຫວະຍາກໆກໍມີແຕ່ແມ່ຍິງເປັນພຶງເປັນແພ ຜູ້ຊາຍໄດ້ແຕ່ນັ່ງອ້າປາກເບິ່ງ. ນີ້ຄືສັດຈະທຳຕົວຈິງທີ່ເຫັນວ່າຜູ້ຍິງລາວສະໄໝນີ້ເປັນຜູ້ຍິງຍຸກໃໝ່ໄຟແຮງ.

