ຖານທັບສະຫະລັດໃນ ອີຣັກ ຖືກໂຈມຕີດ້ວຍລູກຈະຫຼວດຫຼາຍລູກ

ລາຍງານຂ່າວຕ່າງປະເທດ ວັນທີ 4 ມີນານີ້ ລາຍງານວ່າ: ປະທານາທິບໍດີ ໂຈໄບເດັນ ຂູ່ຈະຕອບໂຕ້ຕໍ່ເຫດການທີ່ກຸ່ມຕິດອາວຸດບໍ່ຊາບຝ່າຍຍິງຈະຫຼວດຢ່າງໜ້ອຍ 10 ລູກໂຈມຕີຖານທັບສະຫະລັດ ເອົາອາດຊາດ ໃນແຂວງ ອານບາ ທາງຕາເວັນຕົກຂອງ ອີຣັກ ທີ່ເກີດຂຶ້ນເມື່ອຊ່ວງເຊົ້າມືດວານນີ້.

ເຖິງແມ່ນຈະບໍ່ມີລາຍງານຜູ້ເສຍຊີວິດຈາກການໂຈມຕີກໍຕາມ ແຕ່ກໍເຮັດໃຫ້ລູກຈ້າງຂອງບໍລິສັດສັນຍາຈ້າງດ້ານຄວາມໝັ້ນຄົງແຫ່ງໜຶ່ງເກີດພາວະຫົວໃຈຫຼົ້ມເຫຼວຈົນເສຍຊີວິດ.

ຢ່າງໃດກໍຕາມ ໄບເດັນ ບໍ່ໄດ້ລະບຸແຈ້ງວ່າຈະຕອບໂຕ້ແນວໃດ ພຽງແຕ່ບອກວ່າຈະກະທຳຢ່າງເໝາະສົມຂຶ້ນຢູ່ກັບວ່າກຸ່ມໃດເປັນຜູ້ຢູ່ເບື້ອງຫຼັງ