ຮອງນາຍົກລັດຖະມົນຕີ ລົງຊຸກຍູ້ວຽກງານປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ

ໃນວັນທີ 2 ມີນາຜ່ານມານີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ຫົວຫນ້າຄະນະສະເພາະກິດປ້ອງກັນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ແລະ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນາສຸກ ໄດ້ລົງຢ້ຽມຢາມ ແລະ ໃຫ້ທິດຊີ້ນຳວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຢູ່ພາຍໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ (ຂສພຄ) ແລະ ວຽກງານທີ່ຕິດພັນກັບການພັດທະນາເຂດເສດຖະກິດພິເສດດັ່ງກ່າວ.
ໃນໂອກາດດັ່ງກ່າວ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ກໍໄດ້ລາຍງານສະພາບການພັດທະນາເຂດ ແລະ ວຽກງານປ້ອງກັນສະກັດກັ້ນພະຍາດໂຄວິດ-19, ພ້ອມເປັນເອກະພາບຮ່ວມກັນຄຸ້ມຄອງການເຂົ້າ-ອອກເຂດເສດຖະກິດດັ່ງກ່າວ ໂດຍໃຫ້ສືບຕໍ່ຕິດກວດກາຈຳນວນຄົນເຂົ້າ-ອອກ ໃຫ້ເຂັ້ມງວດ. ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະກໍໄດ້ລົງກວດກາເຄື່ອງມືກວດໂຄວິດຂອງໂຮງໝໍ ແລະ ສູນກັກຕົວທີ່ຮອງຮັບຄົນເຈັບຂອງເຂດເສດຖະກິດສາມຫລ່ຽມຄຳ.

