ເປີດຜົນທົດລອງເບື້ອງຕົ້ນວັກຊີນ Covaxin ຂອງອິນເດຍ ປ້ອງກັານການເກີດອາການ 81%

ຜູ້ພັດທະນາວັກຊີນຂອງອິນເດຍລາຍງານຜົນການທົດລອງວັກຊີນໂຄວິດ-19 ຫລັງຈາກໄດ້ຮັບອະນຸມັດໃຫ້ນຳໃຊ້ໄປແລ້ວເກືອບ 2 ເດືອນ.
ວັນທີ 3 ມີນາ 2021, ສຳນັກຂ່າວ Bloomberg ລາຍງານວ່າ: ບໍລິສັດ Bharat Biotech ບໍລິສັດເຕັກໂນໂລຊີຊີວະພາບຂອງອິນເດຍ ໄດ້ເປີດເຜີຍຜົນການທົດລອງເບື້ອງຕົ້ນໃນໄລຍະສຸດທ້າຍຂອງວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ໃສ່ຊື່ວ່າ: Covaxin ຫລັງຈາກໄດ້ຮັບອະນຸມັດໃຫ້ນຳໃຊ້ໃນກໍລະນີສຸກເສີນໄປແລ້ວນັບແຕ່ເດືອນມັງກອນ ກ່ອນຜົນການທົດລອງຫລ້າສຸດຈະອອກມາ.
ການອະນຸມັດໃຫ້ນຳໃຊ້ວັກຊີນຊະນິດນີ້ມານຳໃຊ້ໂດຍຍັງບໍ່ມີຜົນທົດລອງອ້າງອີງຈະແຈ້ງ ເຮັດໃຫ້ເກີດສຽງວິພາກວິຈານເຖິງຄວາມປອດໄພ ແລະ ປະສິດທິພາບ.
ແຕ່ຫລ້າສຸດ ຜູ້ພັດທະນາໄດ້ອອກມາລະບຸແລ້ວວ່າ: ວັກຊີນຊະນິດນີ້ສະແດງໃຫ້ເຫັນເຖິງປະສິດທິພາບ 81% ຫລັງຈາກໄດ້ຮັບວັກຊີນໃນໂດສທີ 2 ສຳລັບຜູ້ທີ່ບໍ່ເຄີຍໄດ້ຮັບເຊື້ອມາກ່ອນ, ແຕ່ບໍ່ໄດ້ມີການລະບຸວ່າໝາຍເຖິງປະສິດທິພາບໃນການປ້ອງກັນອາການຂອງພະຍາດທັງໝົດ ຫລື ປ້ອງກັນໄປເຖິງການເກີດອາການຂັ້ນຮຸນແຮງ.
ຜົນການທົດລອງນີ້ເປັນການປະມວນຜົນຈາກກຸ່ມຕົວຢ່າງ 25.800 ຄົນ ໃນຊ່ວງອາຍຸ 18-98 ປີ ທີ່ໄດ້ຮັບທັງຕົວຢ່າງວັກຊີນແທ້ ແລະ ຢາຫລອກ, ຈາກນັ້ນມີການກວດພົບຜູ້ຕິດເຊື້ອຈຳນວນ 43 ຄົນ ແລະ ມີ 36 ຄົນທີ່ເປັນກຸ່ມທີ່ໄດ້ຮັບຢາຫລອກ.
ກ່ອນໜ້ານີ້, ນາຍົກລັດຖະມົນຕີ ນາເຣນທາ ໂມດີ ໄດ້ຮັບການສັກວັກຊີນຊະນິດນີ້ແລ້ວນັບແຕ່ວັນທີ 1 ມີນາຜ່ານມາ.

