ຢູເນສໂກຂຶ້ນທະບຽນ ມໍລະດົກໂລກອີກ 21 ແຫ່ງ

ກອງປະຊຸມຄະນະກຳມະການມໍລະດົກໂລກ, ອົງການການສຶກສາວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຫລື ຢູເນສໂກ ໄດ້ມີມະຕິໃນກອງປະຊຸມຢູ່ເມືອງກຣາກຸ ປະເທດໂປໂລຍ ໃນວັນທີ 9 ກໍລະກົດນີ້ ເຫັນພ້ອມໃຫ້ຍົກຖານະຂຶ້ນທະບຽນແຫລ່ງມໍລະດົກທາງວັດທະນະທຳຂອງໂລກຂຶ້ນອີກ 21 ແຫ່ງ ໜຶ່ງໃນນັ້ນມີເກາະໂອກິໂນຊິມະ ຂອງຍີ່ປຸ່ນ ເຊິ່ງເປັນສະຖານທີ່ປະຕິບັດສາສະໜາກິດບູຮານ ຕັ້ງຢູ່ແຂວງຟຸກຸໂອກະ ທາງຕາເວັນຕົກຂອງຍີ່ປຸ່ນ ໂດຍເກາະແຫ່ງນີ້ເປັນເກາະທີ່ຫ້າມຜູ້ຍິງຂຶ້ນເກາະເດັດຂາດ ອະນຸຍາດໃຫ້ສະເພາະຜູ້ຊາຍເທົ່ານັ້ນ ບໍ່ໃຫ້ໃສ່ເສື້ອຜ້າ ແລະ ເຂົ້າພິທີລ້າງບາບ ໂດຍມີຄວາມເຊື່ອວ່າ: ເຫດຜົນທີ່ຫ້າມຜູ້ຍິງເຂົ້າເກາະນີ້ເນື່ອງຈາກສາສະໜາຊິນໂຕເຊື່ອວ່າເລືອດຈາກປະຈຳເດືອນຂອງຜູ້ຍິງນັ້ນປົນເປື້ອນມົນທິນ.
ນອກຈາກນີ້, ຜາສາດສົມໂບໄພກຸກ ຂອງກຳປູເຈຍ ໄດ້ຂຶ້ນທະບຽນເປັນກຸ່ມຜາສາດບູຮານ ເຊິ່ງຖືເປັນມໍລະດົກໂລກແຫ່ງທີ 3 ຂອງກຳປູເຈຍ. ສຳລັບຜາສາດໂບໄພກຸກ ຕັ້ງຢູ່ແຂວງກຳປຽມ ຫ່າງຈາກນະຄອນຫລວງພະນົມເປັນໄປທາງເໜືອປະມານ 206 ກິໂລແມັດ. ລັດຖະມົນຕີກະຊວງວັດທະນະທຳຂອງກຳປູເຈຍ ໄດ້ຖະແຫລງວ່າ: ການລົງມະຕິຂອງຄະນະກຳມະການມໍລະດົກໂລກຂອງອົງການຢູເນສໂກຖືເປັນຄວາມພາກພູມໃຈອີກເທື່ອໜຶ່ງຂອງກຳປູເຈຍ.
ແລະ ຍັງມີສະຖານທີ່ສຳຄັນອີກຫລາຍປະເທດເຊັ່ນ: ເມືອງບູຮານແຫ່ງແອບໂຟຣດິເຊຍຂອງຕວກກີ, ເກາະຄູລັງຊູໃກ້ເມືອງເຊຍະເໝິນຂອງຈີນ, ເມືອງອາເມດາບັດຂອງອິນເດຍ, ວິຫານອັດສຳຊັນຂອງຣັດເຊຍ.

