ຜູ້ຍິງອາຍຸສູງຊາວຍີ່ປຸ່ນເສຍຊີວິດ 3 ວັນຫລັງສັກວັກຊີນຕ້ານໂຄວິດ

ຜູ້ຍິງຊາວຍີ່ປຸ່ນອາຍຸປະມານ 60 ປີ ເສຍຊີວິດຈາກອາການເລືອດອອກໃນສະໝອງ 3 ວັນຫລັງຮັບການສັກວັກຊີນຕ້ານໂຄວິດ-19 ຂອງບໍລິສັດ Pfizer ຈາກການຖະແຫລງຂອງກະຊວງສາທາລະນະສຸກຍີ່ປຸ່ນ ໃນວັນທີ 2 ມີນາ 2021, ແຕ່ເບື້ອງຕົ້ນຍັງບໍ່ແນ່ນອນວ່າ: ການເສຍຊີວິດກ່ຽວຂ້ອງໂດຍກົງກັບວັກຊີນທີ່ສັກ ຫລື ບໍ່.
ສຳນັກຂ່າວຣອຍເຕີລາຍງານວ່າ: ຜູ້ຍິງທີ່ເສຍຊີວິດ ຮັບການສັກວັກຊີນຕ້ານໂຄວິດ-19 ໃນວັນທີ 26 ກຸມພາຜ່ານມາ ແລະ ເກີດອາການເລືອດອອກໃນສະໝອງ ໃນວັນທີ 1 ມີນາ. ຖືເປັນການເສຍຊີວິດຫລັງຮັບການສັກວັກຊີນຕ້ານໂຄວິດ-19 ຄົນທຳອິດຂອງປະເທດ ເທົ່າທີ່ມີລາຍງານ.
ຖະແຫລງການຂອງກະຊວງສາທາລະນະສຸກຍີ່ປຸ່ນ ອ້າງການເປີດເຜີຍຂອງ ທ່ານໝໍ ໂຕໂມຮິໂຣະ ໂມຣິໂອະ ຫົວໜ້າຄະນະທີ່ປຶກສາດ້ານການແພດຂອງລັດຖະບານຍີ່ປຸ່ນວ່າ: ສະພາບເລືອດອອກໃນສະໝອງທີ່ສົງໄສວ່າເປັນສາເຫດການເສຍຊີວິດຂອງຜູ້ຍິງຄົນດັ່ງກ່າວ ພົບເຫັນໄດ້ຂ້ອນຂ້າງຕະຫລອດໃນປະຊາຊົນອາຍຸລະຫວ່າງ 40 ເຖິງ 60 ປີ, Best Prescription Testosterone Pills ແຕ່ໃນເວລານີ້ ຈາກຕົວຢ່າງຢູ່ຕ່າງປະເທດເບິ່ງຄືວ່າຈະບໍ່ມີການກ່ຽວຂ້ອງກັນ ລະຫວ່າງສະພາບເລືອດອອກໃນສະໝອງກັບວັກຊີນຕ້ານໂຄວິດ-19 ເຫດການທີ່ເກີດຂຶ້ນອາດເປັນຄວາມບັງເອີນ, ແຕ່ລັດຖະບານຈຳເປັນຕ້ອງເກັບຮວບຮວມຂໍ້ມູນເພີ່ມຕື່ມ ແລະ ມີການປະເມີນໃນກຸ່ມເຮັດວຽກຊຸດຕໍ່ໄປ.
ເບື້ອງຕົ້ນເຈົ້າໜ້າທີ່ບໍລິສັດ Pfizer ໃນຍີ່ປຸ່ນ ຍັງບໍ່ຂໍໃຫ້ຄວາມເຫັນ, ແຕ່ Pfizer ບໍລິສັດຢາຍັກໃຫຍ່ຂອງອາເມລິກາ ຖະແຫລງໃນເດືອນພະຈິກປີຜ່ານມາວ່າ: ວັກຊີນຕ້ານໂຄວິດ-19 ຂອງບໍລິສັດ ມີປະສິດທິພາບຄວບຄຸມຜູ້ໃຊ້ທຸກຊ່ວງອາຍຸ ແລະ ສີຜິວ ແລະ ບໍ່ມີຜົນຂ້າງຄຽງຮຸນແຮງ.

