ລີເວີພູລ ເປີດໂຕ ໂຊລັນເກ້ ຢ່າງເປັນທາງການໃສ່ເສື້ອເບີ 29

ສະໂມສອນ ລິເວີພູລ ປະ ກາດຄວ້າໂຕ ໂດມິນິກ ໂຊລັນເກ້ ກອງໜ້າດາວຮຸ່ງຊາວ ອັງກິດ ມາຈາກ ເຊລຊີ ສະໂມສອນຄູ່ ແຂ່ງຮ່ວມລີກ ຢ່າງເປັນທາງ ການຮຽບຮ້ອຍແລ້ວ.
ລິເວີພູລ ຕົກລົງຄວ້າໂຕ ໂຊ ລັນເກ້ ຕັ້ງແຕ່ວັນທີ 30 ພຶດສະພາ ຜ່ານມາ ແຕ່ຕ້ອງລໍຖ້າໃຫ້ໝົດ ສັນຍາກັບ ເຊລຊີ ໃນວັນ 1 ກໍ ລະກົດ ຜ່ານມາ ກ່ອນຍ້າຍມາ ຮ່ວມທີມ ລິເວີພູລ ແບບບໍ່ມີຄ່າໂຕ ຈົນຫຼ້າສຸດມີການເຊັນສັນຍາ ແລະ ເປີດໂຕຢ່າງເປັນທາງການ ຢູ່ສະໂມສອນແລ້ວ.
“ມັນເປັນຄວາມຮູ້ສຶກທີ່ມະຫັດສະຈັນຫຼາຍ ທຸກຄົນໃຫ້ການ ຕ້ອນຮັບຂ້ອຍເປັນຢ່າງດີ ເຖິງວ່າ ຫາກໍລົງຊ້ອມ ແຕ່ຂ້ອຍກໍຮູ້ສຶກ ດີຫຼາຍ ເຊິ່ງຂ້ອຍກໍຫວັງເປັນຢ່າງ ຍິ່ງວ່າ ຂ້ອຍຈະໄດ້ລົງຫຼິ້້ນໃຫ້ກັບ ທີມພາຍໃນອະນາຄົດອັນໃຫ້ນີ້ ແລະ ສ້າງປະຫວັດສາດບາງ ຢ່າງກັບບ່ອນນີ້” ກອງໜ້າອາຍຸ 19 ປີ ກ່າວ.
ທັງນີ້ ໂຊລັນເກ້ ເຊິ່ງຫາກໍ ຄວ້າແຊ໊ມໂລກ U-20 ກັບ ທີມ ຊາດອັງກິດ ໃນເດືອນຜ່ານມາ ຈະໃສ່ເສື້ອ ລິເວີພູລ ໝາຍເລກ 29.