ຍີ່ປຸ່ນຊ່ວຍເຫຼືອຄະນະກຳມາທິການແມ່ນໍ້າຂອງສາກົນຕື່ມອີກ 2,9 ລ້ານໂດລາ

ໃນວັນທີ 26 ກຸມພາ 2021 ຜ່ານມາ ທີ່ ຄະນະກຳມາທິການແມ່ນໍ້າຂອງສາກົນ, ທ່ານ ທາເກວາກະ ເຄໂຊ ເອກອັກຄະລາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ອັນ ພິສ ຮັດດາ ຫົວໜ້າກອງເລຂາ ຄະນະກຳມາທິການແມ່ນໍ້າຂອງສາກົນ ໄດ້ລົງນາມໃນສັນຍາໃຫ້ການຊ່ວຍເຫຼືອມູນຄ່າ 2,9 ລ້ານໂດລາ ເພື່ອຈັດຕັ້ງປະຕິບັດແຜນຍຸດທະສາດໃໝ່ ສົ່ງເສີມການພັດທະນາດ້ວຍຄວາມຮັບຜິດຊອບໃນພາກພື້ນ.
ທ່ານ ທາເກວາກະ ເຄໂຊ ໄດ້ກ່າວວ່າ: ທຶນຊ່ວຍເຫຼືອດັ່ງກ່າວນີ້ ແມ່ນການຊ່ວຍເຫຼືອເພີ່ມຕື່ມຈາກ 3,9 ລ້ານໂດລາ ທີ່ລັດຖະບານປະເທດຍີ່ປຸ່ນ ໄດ້ສະໜອງໃຫ້ເມື່ອປີຜ່ານມາ ເພື່ອສົ່ງເສີມລະບົບພະຍາກອນ ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງຂອງຄະນະກຳມາທິການແມ່ນໍ້າຂອງສາກົນ ປະເທດຍີ່ປຸ່ນ ເປັນຄູ່ຮ່ວມພັດທະນາມາເປັນເວລາຍາວນານ ນັບຕັ້ງແຕ່ປີ 2001 ຮອດປັດຈຸບັນໄດ້ໃຫ້ທຶນຊ່ວຍເຫຼືອຫຼາຍກວ່າ 21 ລ້ານໂດລາ ເພື່ອສະໜັບສະ ໜູນການຄຸ້ມຄອງໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ, ວຽກງານຊົນລະປະທານ, ການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງສິ່ງແວດລ້ອມ. ທຶນຊ່ວຍເຫຼືອເພີ່ມຕື່ມນີ້ຈະຊ່ວຍໃຫ້ ຄະນະກຳມາທິການແມ່ນໍ້າຂອງສາກົນ ສາມາດ ໃຫ້ບໍລິການໃນການຕິດຕາມ ແລະ ພະຍາກອນແມ່ນໍ້າໄດ້ຢ່າງຖືກຕ້ອງຊັດເຈນຂຶ້ນຕື່ມ ແລະ ມີປະສິດທິຜົນຫຼາຍຂຶ້ນ. ທຶນດັ່ງກ່າວນີ້ ຈັດຕັ້ງປະຕິບັດ 2021-2024 ຊຶ່ງຈະຊ່ວຍເພີ່ມຄວາມສາມາດໃນການຕິດຕາມ ແລະ ປະເມີນສິ່ງແວດລ້ອມໃນແມ່ນໍ້າຂອງ ຂອງບັນດາປະເທດສະມາຊິກເຊັ່ນ: ສປປ ລາວ, ກໍາປູເຈຍ, ໄທ ແລະ ຫວຽດນາມ.
ທ່ານ ອັນ ພິສ ຮັດດາ ໄດ້ກ່າວວ່າ: ທຶນຊ່ວຍເຫຼືອຄັ້ງນີ້ຈະຊ່ວຍແກ້ໄຂບັນຫາສິ່ງທ້າທາຍທີ່ບັນດາປະເທດສະມາຊິກແມ່ນ້ຳຂອງກໍາລັງປະເຊີນໜ້າຢູ່ ແລະ ຈະປະເຊີນໜ້າໃນອະນາຄົດຊຶ່ງບັນດາວຽກງານສໍາຄັນປະກອບດ້ວຍການປັບປຸງຄວາມສາມາດຂອງບັນດາຕາໜ່າງເຄືອຂ່າຍການຕິດຕາມ ແລະ ການພະຍາກອນແມ່ນໍ້າ, ການສ້າງຕັ້ງສະຖານີຕິດຕາມແຫ່ງໃໝ່ ລຽບຕາມແມ່ນໍ້າຂອງ ເພື່ອປັບປຸງຂໍ້ມູນຂ່າວສານສາທາລະນະກ່ຽວກັບໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ໂດຍການນໍາໃຊ້ ເຕັກໂນໂລຊີທັນສະໄໝ ເພື່ອຮັບປະກັນວ່າ ຊຸມຊົນທ້ອງຖິ່ນ ແລະ ລັດຖະບານ ໄດ້ຮັບຂໍ້ມູນທັນເວລາ ເພື່ອຈັດຕັ້ງປະຕິບັດ ມາດຕະການແກ້ໄຂ ແລະ ຫຼຸດຜ່ອນຢ່າງເໝາະສົມ.

