ອົງການກາແດງລາວນຳເຄື່ອງຊ່ວຍເຫລືອມອບປະຊາຊົນ 6 ບ້ານ ຢູ່ແຂວງສາລະວັນ ມູນຄ່າ 128 ລ້ານກວ່າກີບ

ໃນລະຫວ່າງວັນທີ 22 – 28 ກຸມພາ 2021, ອົງການກາແດງລາວໄດ້ນຳເອົາເຄື່ອງຊ່ວຍເຫລືອ ທີ່ໄດ້ຮັບການບໍລິຈາກອົງການກາແດງສ.ເກົາຫຼີ ໄປມອບແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈກໄພພິບັດນ້ຳຖ້ວມໃນປີ 2020 ທີ່ຜ່ານມາ ຢູ່ທີ່ 6 ບ້ານໄດ້ແກ່ ບ້ານ ບີໄຮ່, ບ້ານ ໂຈະໄຮ່, ບ້ານຕຸງໂກງ, ບ້ານກະເຕັນ, ບ້ານອາວາຍ, ບ້ານ ກູໂບຍ ຂອງເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ ແຂວງສາລະວັນ ມີ 574 ຄອບຄົວ, 3.485 ຄົນ, ຍິງ 1.781 ຄົນ.
ໃຫ້ກຽດມອບໂດຍ ທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ, ແລະ ກ່າວຮັບໂດຍ ທ່ານ ຮອງເຈົ້າເມືອງທັງສອງເມືອງ, ມີພະນັກງານທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນ, ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ເຂົ້າຮ່ວມ, ເຄື່ອງຊ່ວຍເຫລືອດັ່ງກ່າວປະກອບ ມີ: ຖ້ວຍ, ຈານ, ບ່ວງ, ສ້ອມ, ຈອກ, ໝໍ້ແກງ ແລະ ອື່ນໆ, ລວມມູນຄ່າ 128 ລ້ານກວ່າ

