ໄທເກີ ວູດ ປະສົບອຸປະຕິເຫດລົດຂວ້ຳຢູ່ແອລເອ ໄດ້ຮັບບາດເຈັບໜັກຢູ່ຂາ ຕ້ອງເຂົ້າຮັບການຜ່າຕັດດ່ວນ

ໄທເກີ ວູດ ອະດີດ ນັກກິລາກ໊ອຟມືໜຶ່ງຂອງໂລກ ໄດ້ຮັບບາດເຈັບໜັກຂາ ຫລັງຈາກປະສົບອຸປະຕິເຫດລົດຂວ້ຳ ຢູ່ລອສແອນເຈລິສ ສະຫະລັດອາເມລິກາ ໃນວັນທີ 23 ກຸມພາຜ່ານມາ ໂດຍຫລ້າສຸດສື່ຕ່າງປະເທດລາຍງານວ່າ: ສະຖານະການຂອງ ໄທເກີ ບໍ່ຢູ່ໃນຂັ້ນທີ່ເປັນອັນຕະລາຍຕໍ່ຊີວິດ.
ໂດຍນັກກິລາກ໊ອຟ ອາຍຸ 45 ປີ ປະສົບອຸປະຕິເຫດເມື່ອເວລາ 07:00 ໂມງ ຂອງວັນທີ 23 ກຸມພາ ຕາມເວລາທ້ອງຖິ່ນ ລະຫວ່າງຂັບລົດຄົນດຽວມຸ່ງໜ້າໄປຖະໜົນຮໍທອນ ບູເລີວາດ ກ່ອນຈະປະສົບອຸປະຕິເຫດ.
ຈາກການລາຍງານຂອງຕຳຫລວ, ໄທເກີ ລອດພົ້ນຈາກລົດສ່ວນຕົວລຸ້ນ Genesis GV80 ດ້ວຍເຄື່ອງມືກູ້ໄພ Jaws of Life ໂດຍມີພາຫະນະຂອງຜູ້ອື່ນກ່ຽວຂ້ອງ ເຊິ່ງ ໄທເກີ ມີສະຕິຫລັງຈາກປະສົບອຸປະຕິເຫດ ແລະ ສາມາດເວົ້າກັບເຈົ້າໜ້າທີ່ໄດ້ກ່ອນຈະຖືກນຳສົ່ງໂຮງໝໍຢ່າງຮີບດ່ວນ ແລະ ຕ້ອງໄດ້ຮັບການຜ່າຕັດຫລາຍຈຸດຢູ່ບໍລິເວນຂາ.
ຂະນະທີ່ປະຊາຊົນໃນພື້ນທີ່ເປີດເຜີຍວ່າ: ຈຸດທີ່ ໄທເກີ ປະສົບອຸປະຕິເຫດເປັນຈຸດອັນຕະລາຍທີ່ຜູ້ຂັບຂີ່ລົດມັກຈະຂັບເກີນຄວາມໄວ ເຮັດໃຫ້ມີອຸປະຕິເຫດເກີດຂຶ້ນເລື້ອຍໆໃນຈຸດນີ້.


