UNFPA ແລະ SNV ຮ່ວມມືສົ່ງເສີມສຸຂະພາບການສຶກສາ ແລະ ໂພຊະນາການໃຫ້ເດັກຍິງໄວລຸ້ນ ຢູ່ອຸດົມໄຊ ແລະ ຫົວພັນ

ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແລະ ອົງການພັດທະນາເນເທີແລນ (SNV) ຈະຮ່ວມມືກັນ ເພື່ອສົ່ງເສີມສຸຂະພາບທີ່ດີ, ການສຶກສາ, ໂພຊະນາການ ແລະ ທັກສະຊີວິດທີ່ຈຳເປັນໃນບັນດາເດັກຍິງໄວລຸ້ນ ຈຳນວນ 3.860 ຄົນ ໃນແຂວງອຸດົມໄຊ ແລະ ແຂວງຫົວພັນ, ໂດຍຜ່ານກຸ່ມນາງນ້ອຍ ນຳໃຊ້ປື້ມຄູ່ມື ແລະ ເອກະສານຮ່ວມກັນພັດທະນາ ໂດຍ UNFPA ແລະ ພະແນກສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ, ເຊິ່ງສິ່ງເຫລົ່ານີ້ຈະຊ່ວຍໃຫ້ໄວໜຸ່ມ ພັດທະນາຊີວິດການເປັນຢູ່, ສຸຂະພາບ, ສະຕິປັນຍາ ແລະ ເສດຖະກິດຂອງເຂົາເຈົ້າ ເພື່ອດຳເນີນຊີວິດທີ່ຕົນກຳນົດເອງ, ໃນການຮ່ຳຮຽນຕໍ່ ຫລື ຮຽນຄືນໃໝ່ ພ້ອມກັບເລື່ອນເວ ລາໃນການຖືພາ ຫລື ແຕ່ງງານໄວ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ຄື: ການສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມແມ່ຍິງ ແລະ ການສົ່ງເສີມສິດທິມະນຸດຂອງພວກເຂົາ ໂດຍຜ່ານ “ນ້ອຍ” ໄດ້ຈັດຂຶ້ນໃນທ້າຍອາທິດທີ່ຜ່ານມາ ທີ່ນະຄອນຫລວງວຽງຈັນ, ໂດຍ ທ່ານ ນາງ ມາຣຽມ ຄານ ຜູ້ຕາງໜ້າ ອົງການ UNFPA ແລະ ທ່ານ Allert Van Den Ham ຜູ້ຕາງຫນ້າອົງການ ພັດທະນາເນເທີແລນ ເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ວິສານ ສົມພົງ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ທ່ານ ວິສານ ສົມພົງ ໄດ້ໃຫ້ຮູ້ວ່າ: ໄວໜຸ່ມຍິງ ເປັນປະຊາກອນຈຳນວນຫລາຍ ໃນ ສປປ ລາວ ແຕ່ເປັນຜູ້ຕົກເປັນເຫຍື່ອຫລັກຂອງຄວາມບໍ່ສະເໝີພາບໃນດ້ານຕ່າງໆ. ເດັກຍິງ ໄດ້ຮັບຜົນກະ ທົບຈາກການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ: ການອອກໂຮງຮຽນ, ການແຕ່ງດອງກ່ອນໄວຮຽນ, ການເກີດລູກກ່ອນກຳນົດ, ການເຮັດວຽກທີ່ບໍ່ເປັນທາງການ, ຄວາມຮຸນແຮງໃນຄອບຄົວ ແລະ ຄວາມເຊື່ອທາງວັດທະນະທຳ ແລະ ສັງຄົມ ທຳຮ້າຍຊີວິດ, ສະຫວັດດີການ ແລະ ກຽດຕິຍົດຂອງພວກເຂົາ. ສະນັ້ນ, ມັນຈຶ່ງເປັນສິ່ງສຳຄັນທີ່ຄວາມຕ້ອງການຂອງພວກເຂົາ ໄດ້ຖືກພິຈາລະນາ ໂດຍຜ່ານການແຊກແຊງເຂົ້າມີສ່ວນຮ່ວມ ແລະ ຫົວຄິດປະດິດສ້າງທີ່ຍືນຍົງ. ເດັກຍິງໄວໜຸ່ມ ໃນເຂດຊົນນະບົດແມ່ນປະສົບກັບຫລາຍບັນຫາ ແລະ ສິ່ງທ້າທາຍທີ່ກີດຂວາງ ການພັດທະນາສຸຂະພາບຂອງພວກເຂົາ, ເຊິ່ງພວກເຂົາຕ້ອງການການສະໜັບສະໜູນ ທີ່ຕອບໂຈດໃນບັນຫາຂອງພວກເຂົາ. ບູລິມະສິດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ລວມມີ ການຂະຫຍາຍການເຂົ້າເຖິງເດັກຊາຍ ແລະ ເດັກຍິງໄວໜຸ່ມ ຈາກກຸ່ມທີ່ມີຄວາມສ່ຽງ ແລະ ປະຊາກອນຊົນເຜົ່າໃນເຂດຊົນນະບົດ ໃຫ້ເຂົ້າເຖິງການສຶກສາ ແລະ ທັກສະ.
ໂຄງການນາງນ້ອຍ ຮ່ວມກັນພັດທະນາໂດຍ UNFPA ແລະ ກະຊວງສຶກສາທິການ ແລະ ກິລາ ແມ່ນໜຶ່ງໃນບັນດາການແຊກແຊງທີ່ມີປະສິດທິຜົນ ທີ່ແກ້ໄຂຄວາມຕ້ອງການຂອງເດັກຍິງໄວລຸ້ນ ແລະ ບັນລຸຜົນຂອງ NSEDP ຄັ້ງທີ 9.


