ພົບເຊື້ອຄັ້ງທຳອິດໃນມະນຸດ ໄຂ້ຫວັດສັດປີກສາຍພັນ H5N8
ຫົວໜ້າໜ່ວຍງານເຝົ້າລະວັງສຸຂະພາບຜູ້ບໍລິໂພກຂອງຣັດເຊຍ ອັນນາ ໂປໂປວາ ຖະແຫລງວ່າ: ມີກຳມະກອນ 7 ຄົນ ຢູ່ໂຮງງານສັດປີກ ທາງໃຕ້ຂອງປະເທດ ຕິດເຊື້ອໄຂ້ຫວັດສັດປີກສາຍພັນ H5N8 ເຊິ່ງຖືວ່າເປັນການແຜ່ຈາກສັດປີກສູ່ມະນຸດເປັນຄັ້ງທຳອິດ.
ຂະນະທີ່ຫລ້າສຸດ ທັງ 7 ຄົນ ອາການດີຂຶ້ນ ແລະ ຢືນຢັນວ່າ: ມີການໃຊ້ມາດຕະການພຽງພໍຢ່າງວ່ອງໄວເພື່ອຢັບຢັ້ງການລະບາດ ໂດຍຍັງບໍ່ມີສັນຍານການແຜ່ເຊື້ອຈາກມະນຸດສູ່ມະນຸດນຳກັນ. ທັງຍັງໄດ້ລາຍງານກໍລະນີພົບຜູ້ຕິດເຊື້ອໄຂ້ຫວັດສັດປີກ H5N8 ຕໍ່ອົງການອະນາໄມໂລກແລ້ວ.
ຄຳຖະແຫລງດັ່ງກ່າວຍັງລະບຸວ່າ: ການຄົ້ນພົບດັ່ງກ່າວຍັງຖືເປັນຜົນງານຄັ້ງສຳຄັນຂອງສະຖາບັນ ເວກເຕີ ຂອງທາງການຣັດເຊຍ ທີ່ສາມາດແຍກສາຍພັນທຸກຳຂອງສາຍພັນໄຂ້ຫວັດສັດປີກອອກຈາກກຳມະກອນຕິດເຊື້ອໄດ້. ປັດຈຸບັນໄວຣັສຊະນິດນີ້ຍັງບໍ່ສາມາດແຜ່ຈາກຄົນສູ່ຄົນໄດ້ ເຮັດໃຫ້ໂລກມີເວລາກຽມພ້ອມຮັບມືການກາຍພັນທີ່ອາດເກີດຂຶ້ນ ເພື່ອຕອບສະໜອງໄດ້ທ່ວງທັນນຳອີກ.

