ເຟສບຸກປິດເພຈຂ່າວກອງທັບມຽນມາ ພົບເນື້ອໃນປຸກລະດົມໃຫ້ເກີດຄວາມຮຸນແຮງ

​ເຟສບຸກປິດ​ກັ້ນການສະ​ເໜີ​ຂ່າວສ້າງ​ຄວາມ​ຮຸນ​ແຮງ​ຂອງ​ກອງທັບ​ມຽນມາ.

ວັນ​ທີ 21 ກຸມພາ 2021, ໜັງສືພິມ The Guardian ລາຍ​ງານ​ວ່າ: ​ເຟສບຸກ​ໄດ້​ລົບ​ເພ​ຈຂໍ້​ມູນ​ຂ່າວສານ​ຂອງ​ກອງທັບ​ມຽນມາ ຫລື Tatmadaw ອອກ​ຈາກ​ລະບົບ​ແລ້ວ.

ຖະ​ແຫລ​ງການ​ຈາກ​ເຟສບຸກລະບຸ​ວ່າ: ​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ມາດຕະຖານ​ທີ່​ກຳນົດ​ໄວ້​ທົ່ວ​ໂລກ, ​ເຟສບຸກ​ໄດ້​ຖອດ Tatmadaw True News Information Team Page ຫລັງ​ຈາກ​ລະ​ເມີດ​ມາດຕະຖານ​ຊຸມ​ຊົນ​ດ້ວຍ​ການ​ເຜີຍ​ແຜ່​ຂໍ້ຄວາມ​ທີ່​ສົ່ງ​ເສີມ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ​ເປັນ​ແຫ​ລ່ງປະສານ​ງານ​ທີ່​ອາດ​ກໍ່​ໃຫ້​ເກີດ​ອັນຕະລາຍ​ໄດ້.