ເຟສບຸກອົດສະຕຣາລີ ປິດກັ້ນຂ່າວສານ ເພາະບໍ່ຢາກຈ່າຍຄ່າຂ່າວ

ຊາວອົດສະຕຣາລີກຳລັງຕົກໃຈຕໍ່ເຟສບຸກ ເພາະນັບແຕ່ວັນທີ 18 ກຸມພາ ຈະບໍ່ມີຂ່າວສານຈາກສຳນັກຂ່າວຕ່າງໆປາກົດໃນໜ້າຂອງເຟສບຸກອີກຕໍ່ໄປ. ຂະນະດຽວກັນ ບັນດາສຳນັກຂ່າວຢູ່ອົດສະຕຣາລີ ຈະບໍ່ໄດ້ຮັບອະນຸຍາດໃຫ້ໂພສຂ່າວໃນເຟສບຸກອີກ.
ທັງໝົດນີ້ເປັນເພາະເຟສບຸກບໍ່ຢາກຈ່າຍຄ່າຂ່າວໃຫ້ສຳນັກຂ່າວໃນອົດສະຕຣາລີຕາມນະໂຍບາຍຂອງລັດຖະບານ ເຊິ່ງເບິ່ງວ່າເຟສບຸກສວຍໂອກາດກິນຄ່າໂຄສະນາ ໂດຍອາໄສຜົນປະໂຫຍດຈາກເນື້ອໃນຂອງບໍລິສັດສື່ໃນອົດສະຕຣາລີ. ທີ່ໄປທີ່ມາຂອງເຫດການນີ້ເປັນແນວໃດ ເຮົາຈະສະຫລຸບໃຫ້ອ່ານດັ່ງນີ້:
- ໃນວັນທີ 18 ກຸມພາ, ເຟສບຸກ ເຄືອຂ່າຍສັງຄົມອອນລາຍຊື່ດັງ ບັງຄັບໃຊ້ມາດຕະການປິດກັ້ນເນື້ອໃນທີ່ເປັນຂ່າວສານໃນອົດສະຕຣາລີ ເຊິ່ງຈະສົ່ງຜົນໃຫ້ຜູ້ນຳໃຊ້ເຟສບຸກໃນອົດສະຕຣາລີ ຈະບໍ່ເຫັນເນື້ອໃນທີ່ເປັນຂ່າວສານໃນໜ້າເພລອີກຕໍ່ໄປ ບໍ່ວ່າຈະເປັນຂ່າວຈາກສຳນັກຂ່າວໃນອົດສະຕຣາລີເອງ ຫລື ຂ່າວຕ່າງປະເທດຈາກສື່ຕ່າງປະເທດ, ຜູ້ນຳໃຊ້ໃນອົດສະຕຣາລີຈະຖືກປິດກັ້ນການແນມເຫັນທັງໝົດ.
- ມາດຕະການຂອງເຟສບຸກຍັງລວມເຖິງການບລັອກສຳນັກຂ່າວໃນອົດສະຕຣາລີ ບໍ່ໃຫ້ໂພສຂ່າວສານທາງເຟສບຸກ ເຊິ່ງຈາກການກວດສອບຂອງທີມຂ່າວພົບວ່າ: ຖ້າເຮົາເຂົ້າໄປໃນໜ້າເພລເຟສບຸກສຳນັກຂ່າວອົດສະຕຣາລີເຊັ່ນ: ABC News Australia ຫລື 9 News ຈະຂຶ້ນຂໍ້ຄວາມວ່າ: “ຍັງບໍ່ມີໂພສ”.
- ການປິດກັ້ນຂ່າວສານຂອງເຟສບຸກໃນອົດສະຕຣາລີຖືກເບິ່ງວ່າເປັນມາດຕະການຕອບໂຕ້ ຫລັງລັດຖະບານອົດສະຕຣາລີເດີນໜ້າຊຸກຍູ້ມາຢ່າງຕໍ່ເນື່ອງ ໃຫ້ບໍລິສັດຍັກໃຫຍ່ໄອທີ ໂດຍສະເພາະເຟສບຸກ ແລະ ກູເກິລ ຕ້ອງຈ່າຍຄ່າເນື້ອໃນໃຫ້ສຳນັກຂ່າວ ເພາະເບິ່ງວ່າຜ່ານມາແພກຟອມອອນລາຍເຫລົ່ານີ້ເອົາປຽບສຳນັກຂ່າວ ຜ່ານການໃຊ້ເນື້ອໃນໄປສ້າງລາຍໄດ້ເຂົ້າບໍລິສັດຕົນເອງ.
- ຈາກການປະເມີນລາຍໄດ້ໂຄສະນາໃນສື່ອອນລາຍຢູ່ອົດສະຕຣາລີ ພົບວ່າເຕີບໃຫຍ່ສູງເຖິງ 8 ເທົ່າ ໃນໄລຍະ 16 ປີຜ່ານມາ ໂດຍປັດຈຸບັນມີມູນຄ່າປະມານ 9 ພັນລ້ານໂດລາອົດສະຕຣາລີ, ແຕ່ເມື່ອເຈາະລົງໄປເບິ່ງໃນລາຍລະອຽດພົບວ່າ: ລາຍໄດ້ຈາກການໂຄສະນາເກືອບ 1 ໃນ 3 ເຂົ້າສູ່ເຈົ້າຂອງແພກຟອມ ຄືເຟສບຸກ ແລະ ກູເກິລ.
- ຂະນະທີ່ບັນດາບໍລິສັດສື່ໃນອົດສະຕຣາລີຍັງຕ້ອງຜະເຊີນຊະຕາກຳຄືກັບບໍລິສັດສື່ທົ່ວໂລກ ຄືບັນຫາເຕັກໂນໂລຊີທີ່ຄຸກຄາມທຸລະກິດສື່ຢ່າງຮຸນແຮງ ເຮັດໃຫ້ອັດຕາການໂຄສະນາຜ່ານຊ່ອງທາງສື່ເກົ່າເຊັ່ນ: ໜັງສືພິມ ຫລື ໂທລະພາບຫລຸດລົງ.
- ສະຖານະການເຫລົ່ານີ້ ເຮັດໃຫ້ລັດຖະບານອົດສະຕຣາລີ ລວມທັງບໍລິສັດສື່ເຈົ້າຂອງເນື້ອໃນເບິ່ງວ່າ: ກຳລັງບໍ່ໄດ້ຮັບຄວາມເປັນທຳຈາກເຟສບຸກ ແລະ ກູເກິລ ເຊິ່ງເປັນເຈົ້າຂອງແພກຟອມ ນຳໄປສູ່ການອອກກົດໝາຍເພື່ອບັງຄັບໃຫ້ເຈົ້າຂອງແພກຟອມຕ້ອງຈ່າຍເງິນຄ່າເນື້ອໃນໃຫ້ບໍລິສັດສື່ທ້ອງຖິ່ນ.
- ກູເກິລ ເຊິ່ງຖືກບັງຄັບໃຊ້ມາດຕະການດຽວກັບເຟສບຸກ ຍອມປະຕິບັດຕາມລັດຖະບານອົດສະຕຣາລີ ໂດຍເລີ່ມເຂົ້າໄປເຈລະຈາກັບບໍລິສັດສື່ເພື່ອຂໍຊື້ເນື້ອໃນ, ແຕກຕ່າງຈາກເຟສບຸກທີ່ຢືນຢັນຈະບໍ່ເຈລະຈາ ກ່ອນຈະດຳເນີນການປິດກັ້ນເນື້ອໃນຂ່າວ.
- ເຟສບຸກຊີ້ແຈງວ່າ: ສາເຫດທີ່ບໍ່ໄປເຈລະຈາຊື້ເນື້ອໃນແບບກູເກິລ ເປັນເພາະລັກສະນະຂອງກູເກິລກັບເຟສບຸກແຕກຕ່າງກັນ ໂດຍເຟສບຸກອ້າງວ່າ: ກູເກິລເປັນການຄົ້ນຫາຂໍ້ມູນທີ່ບັນດາເຈົ້າຂອງເນື້ອໃນບໍ່ໄດ້ສະໝັກໃຈໃຫ້ປາກົດໃນກູເກິລ ແຕກຕ່າງຈາກເຟສບຸກທີ່ບັນດາບໍລິສັດສື່ ເລືອກເປັນຝ່າຍໂພສເນື້ອໃນໃຫ້ເຟສບຸກເອງ.
- ເຟສບຸກຍັງຢືນຢັນອີກວ່າ: ຜ່ານມາຂ່າວໃນເຟສບຸກສ້າງລາຍໄດ້ໃຫ້ເຟສບຸກບໍ່ເຖິງ 4% ຂອງເນື້ອໃນທັງໝົດໃນໜ້າເພສ. ຂະນະດຽວກັນ ຍັງເຊື່ອວ່າ: ບໍລິສັດສື່ຕ່າງຫາກທີ່ເປັນຝ່າຍໄດ້ປຽບຈາກການນຳເອົາເນື້ອໃນໄປລົງໄປເຟສບຸກ ໂດຍອ້າງເຖິງລາຍໄດ້ມູນຄ່າກວ່າ 407 ລ້ານໂດລາອົດສະຕຣາລີ ທີ່ບໍລິສັດສື່ໄດ້ຮັບຈາກການໃຊ້ແພກຟອມເຟສບຸກ.
- ເຖິງຢ່າງໃດກໍຕາມ, ມາດຕະການປິດກັ້ນສື່ທັງໝົດໃນອົດສະຕຣາລີຂອງເຟສບຸກ ກາຍເປັນສິ່ງທີ່ຫລາຍຝ່າຍວິຈານຢ່າງໜັກວ່າບໍ່ເໝາະສົມ ເພາະຕອນທຳອິດເຟສບຸກປິດກັ້ນການເຂົ້າເຖິງຂໍ້ມູນຂອງເພສຂ່າວສານຈາກໜ່ວຍງານລັດທີ່ເປັນຊ່ອງທາງເຜີຍແຜ່ຂໍ້ມູນສຳຄັນໄປນຳເຊັ່ນ: ຂ່າວກ່ຽວກັບການລະບາດຂອງພະຍາດໂຄວິດ-19 ຖືກປິດກັ້ນການເຂົ້າເຖິງໃນໄລຍະທຳອິດ ແຕ່ໃນເວລາຕໍ່ມາເຟສບຸກຍອມຮັບວ່າ: ນີ້ເປັນຄວາມຜິດພາດ.
- ຜູ້ອຳນວຍການເຟສບຸກປະຈຳອົດສະຕຣາລີຢືນຢັນວ່າ: ເຟສບຸກຈະສະໜັບສະໜູນການນຳສະເໜີຂ່າວສານ ແລະ ແນວທາງສື່ມວນຊົນ ເຊິ່ງເປັນຫົນທາງຂອງປະຊາທິປະໄຕຕໍ່ໄປ ໂດຍຍັງເປີດໃຫ້ຜູ້ໃຊ້ໃນອົດສະຕຣາລີເຂົ້າເຖິງສູນຂໍ້ມູນໂຄວິດ-19 ລວມທັງຍັງສະໜັບສະໜູນໜ່ວຍງານຕ່າງໆທີ່ເຮັດໜ້າທີ່ກວດສອບຂໍ້ມູນຄວາມຈິງ ແລະ ເນັ້ນການບັງຄັບໃຊ້ມາດຕະການຕໍ່ຕ້ານຂໍ້ມູນທີ່ບິດເບືອນນຳ.
- ຂະນະທີ່ຊາວອົດສະຕຣາລີ ເຊິ່ງເປັນຜູ້ໃຊ້ເຟສບຸກ ຕ່າງສະແດງຄວາມບໍ່ເຫັນພ້ອມຕໍ່ມາດຕະການຂອງເຈົ້າຂອງແພກຟອມ ໂດຍລະບຸວ່າ: ສ່ວນຫລາຍຜູ້ໃຊ້ມັກຕິດຕາມຂ່າວຜ່ານທາງເຟສບຸກເປັນຫລັກ ການປິດກັ້ນຂ່າວໃນເຟສບຸກສົ່ງຜົນກະທົບຫລາຍຕໍ່ການໃຊ້ຊີວິດ.
- ສຽງວິພາກວິຈານເຟສບຸກຕໍ່ມາດຕະການນີ້ຍັງມາຈາກໜ່ວຍງານດ້ານສິດທິມະນຸດຄື “ຮິວແມນໄຣວອດ” ທີ່ເບິ່ງວ່າ: ການປິດກັ້ນຂ່າວສານກັບຜູ້ໃຊ້ໃນອົດສະຕຣາລີເປັນເລື່ອງອັນຕະລາຍ ລວມທັງລັດຖະມົນຕີສື່ສານຂອງອົດສະຕຣາລີທີ່ຊີ້ວ່າ: ມາດຕະການຂອງເຟສບຸກຈະເຮັດໃຫ້ປະຊາຊົນເຂົ້າບໍ່ເຖິງຂ່າວທີ່ຜະລິດໂດຍສື່ມວນຊົນມືອາຊີບ ແລະ ຜ່ານຂະບວນການກັ່ນກອງຂໍ້ມູນຄວາມຈິງແລ້ວ.

