ລັດເທັກຊັດຂອງອາເມລິກາໜາວເປັນປະຫວັດສາດ ບໍ່ມີນ້ຳໃຊ້-ໄຟຟ້າດັບຫລາຍພື້ນທີ່

ເຈົ້າໜ້າທີ່ລັດເທັກຊັດເຕືອນ “ໄພພິບັດຊ້ອນໄພພິບັດ” ຈາກສະພາບອາກາດທີ່ໜາວເປັນປະຫວັດ ສາດ, ຂະນະທີ່ປະຊາຊົນຫລາຍລ້ານຄົນບໍ່ມີໄຟຟ້າໃຊ້ເປັນມື້ທີ 3 ໃນວັນທີ 17 ກຸມພາ 2021 ແລະ ອາດຕ້ອງຖ້າໄປຈົນຮອດທ້າຍອາທິດນີ້ກວ່າໂຮງໄຟຟ້າຫລາຍແຫ່ງຈະກັບມາດຳເນີນງານໄດ້ຕາມປົກກະຕິ.
Reuters ລາຍງານວ່າ: ປະຊາຊົນ 12 ລ້ານຄົນໃນລັດເທັກຊັດປະສົບບັນຫານ້ຳກ໊ອກໃນເຮືອນບໍ່ ໄຫລ ຫລື ນ້ຳໄຫລບໍ່ຕໍ່ເນື່ອງ, ຂະນະທີ່ທາງການແນະນຳໃຫ້ປະຊາຊົນທີ່ອາໄສໃນ 100 ເຄົາຕີຕົ້ມນ້ຳໄວ້ ດື່ມ ເນື່ອງຈາກໂຮງງານບຳບັດຍັງບໍ່ມີໄຟຟ້າໃຊ້.
ເຈົ້າໜ້າທີ່ກ່າວວ່າ: ຈົນຮອດວັນທີ 17 ກຸມພາ ຍັງມີເຮືອນ 2,7 ລ້ານຄົວເຮືອນໄຟມອດ, ຂະນະທີ່ສະພາບອາກາດໜາວເຢັນຈະດຳເນີນຕໍ່ເນື່ອງໄປຈົນຮອດທ້າຍອາທິດນີ້ ໂດຍລັດເທັກຊັດສູນເສຍ ກຳລັງການຜະລິດໄຟຟ້າເຖິງ 40% ເນື່ອງຈາກບໍ່ ແລະ ທໍ່ສົ່ງແກັສທຳມະຊາດ ລວມທັງກັງຫັນລົມກາຍ ເປັນນ້ຳກ້ອນ.
ສ່ວນຢູ່ໂຮງໝໍຫລາຍແຫ່ງໃນເມືອງຮິວສຕັນ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງລັດຍັງບໍ່ມີນ້ຳໃຊ້. ນອກຈາກນີ້ ຍັງມີຜູ້ເສຍຊີວິດແລ້ວ 20 ກວ່າຄົນ ຈາກອາກາດໜາວເຢັນ. ຂະນະທີ່ເຈົ້າໜ້າທີ່ຄາດວ່າຕົວ ເລກຜູ້ເສຍຊີວິດອາດສູງກວ່ານີ້.

