ປີຜ່ານມາການເກີດອັກຄີໄພຫລຸດລົງ ແຕ່ມູນຄ່າຄວາມເສຍຫາຍເພີ່ມຂຶ້ນ

ປີ 2020 ຜ່ານມາ ທົ່ວປະເທດມີອັກຄີໄພເກີດຂຶ້ນທັງໝົດ 203 ຄັ້ງ ມູນຄ່າຄວາມເສຍຫາຍທັງໝົດ 143.751 ລ້ານກີບ ເຮັດໃຫ້ມີຜູ້ເສຍຊີວິດ 14 ຄົນ, ບາດເຈັບ 13 ຄົນ, ເຮືອນຖືກໄຟໄໝ້ 115 ຫລັງ, ເຮືອນຖືກໄຟລວກ 29 ຫລັງ, ເຮືອນຄົວ 4 ຫລັງ, ໂຮງງານ 3 ແຫ່ງ, ໂຮງເຟີນີເຈີ 2 ຫລັງ, ຕະຫລາດ 1 ແຫ່ງ, ຫໍພັກ 10 ຫ້ອງ, ລົດໃຫຍ່ 30 ຄັນ ແລະ ອື່ນໆ.
ພັນໂທ ສຸລິສັກ ສິມມະໂນໄຕ ຮອງຫົວໜ້າກົມຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ຈຳນວນອັກຄີໄພທີ່ເກີດຂຶ້ນໃນປີ 2020 ທຽບໃສ່ປີ 2019 ຜ່ານມາ 24 ຄັ້ງ ແຕ່ມູນຄ່າການເສຍຫາຍເພີ່ມຂຶ້ນ 89.369 ຕື້ກີບ ຍ້ອນສະຖານທີ່ເກີດອັກຄີໄພເປັນໂຮງງານ, ຕະຫລາດ, ສາງເຄື່ອງ ແລະ ອື່ນໆທີ່ມີມູນຄ່າສູງ ໃນນີ້ເກີດຂຶ້ນຫລາຍກວ່າໝູ່ແມ່ນຢູ່ນະຄອນຫລວງວຽງຈັນ 57 ຄັ້ງ. ສ່ວນສາເຫດຂອງການເກີດອັກຄີໄພຫລາຍກວ່າໝູ່ແມ່ນໄຟຟ້າລັດວົງຈອນ 97 ຄັ້ງ, ເລິ້ນເລີ້ຂາດສະຕິ 45 ຄັ້ງ (ໄຕ້ທູບທຽນບູຊາ 14 ຄັ້ງ, ໄຕ້ທຽນເຍືອງແສງສະຫວ່າງ 1 ຄັ້ງ, ດັງໄຟແຕ່ງກັນ 7 ຄັ້ງ). ນອກຈາກນີ້ ແມ່ນຄົນຈູດ 20 ຄັ້ງ, ຜິດພາດທາງເຕັກນິກ 2 ຄັ້ງ, ຍ້ອນການລະເບີດຂອງວັດຖຸລະເບີດ ແລະ ອື່ນໆ. ສໍາລັບອັກຄີໄພທີ່ເກີດຂຶ້ນ ແລະ ສ້າງຄວາມເສຍຫາຍຫລາຍກວ່າໝູ່ແມ່ນເຫດການໄຟໄໝ້ໂຮງງານຈໍາປາແດງຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ຢູ່ບ້ານສົມສະອາດ ເມືອງຄົງເຊໂດນ ແຂວງສາລະວັນ ມູນຄ່າການເສຍຫາຍເຖິງ 38.472 ລ້ານກີບ ສາເຫດແມ່ນຍ້ອນຄົນຈູດ.


