ສຳມະນາເຜີຍແຜ່ຜົນການເຄື່ອນໄຫວວຽກງານການເຊື່ອມໂຍງ ພາຍໃຕ້ຂອບການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສປປ ລາວ

ໃນວັນທີ 15 ກຸມພາ 2021, ກົມເສດຖະກິດ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ ຜົນການເຄື່ອນໄຫວວຽກງານການເຊື່ອມໂຍງ ຂອບການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປປ ລາວ ທີ່ສູນຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ພາຍໃຕ້ການເປັນປະທານ ຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ໂດຍມີຜູ້ຕາງໜ້າ ຈາກບັນດາກົມພາຍໃນກະຊວງຕ່າງປະເທດ ແລະ ກະຊວງ ຂະແໜງການຢູ່ສູນກາງ ເຂົ້າຮ່ວມ.
ໃນກອງປະຊຸມສຳມະນາຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ຜົນສຳເລັດໃນໄລຍະຜ່ານມາ ຂອງ ສປປ ລາວ ໃນການເຄື່ອນໄຫວຮ່ວມມື ໃນຂອບການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ, ໂດຍສະເພາະ ການເຂົ້າຮ່ວມກອງປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 2 ຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ຮັບຟັງການລາຍງານຄວາມຄືບໜ້າ ໃນການເຄື່ອນໄຫວວຽກງານການເຊື່ອມໂຍງ ພາຍໃຕ້ຂອບການຮ່ວມມື ໜຶ່ງແລວໜຶ່ງເສັ້ນທາງ, ໂດຍສະເພາະແມ່ນບັນດາໂຄງ ການບູລິມະສິດຕ່າງໆ ຂອງ ສປປ ລາວ ທີ່ກຳລັງດໍາເນີນການຢູ່ໃນປັດຈຸບັນ ເຊັ່ນ: ໂຄງການສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ແລະ ບັນດາໂຄງການຊ່ວຍເຫລືອອື່ນໆ ໃນໄລຍະທີ່ມີການແຜ່ລະບາດ ຂອງ ພະຍາດໂຄວິດ-19. ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງການລາຍງານຜົນສຳເລັດໃນການເຄື່ອນໄຫວວຽກງານ ໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (MLC) ແລະ ບາງເອກະສານຍຸດທະສາດທີ່ສຳຄັນອື່ນໆ ເພື່ອເຮັດໃຫ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ກຳໄດ້ນະໂຍບາຍການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນ ຂອງ ພັກ ແລະ ລັດຖະບານ ຂອງພວກເຮົາ. ໃນກອງປະຊຸມສຳມະນາ ຜູ້ເຂົ້າຮ່ວມ ຍັງໄດ້ມີການແລກປ່ຽນຄຳຄິດເຫັນ ດ້ວຍບັນຍາກາດອັນຟົດຟື້ນ ແລະ ແບບກົງໄປກົງມາ ຕໍ່ບັນ ດາສິ່ງທ້າທາຍ, ກາລະໂອກາດ ແລະ ການກະກຽມຄວາມພ້ອມໃນດ້ານຕ່າງໆ ແນໃສ່ຍາດແຍ່ງການຊ່ວຍ ເຫລືອ ແລະ ດຶງດູດການລົງທຶນ ຈາກບັນດາປະເທດສະມາຊິກ ຂອງຂອບການຮ່ວມມືດັ່ງກ່າວ ເພື່ອປະ ກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.
ໃນໂອກາດກອງປະຊຸມດັ່ງກ່າວ, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ຮຽກຮ້ອງໃຫ້ບັນດາຂະແໜງ ການກ່ຽວຂ້ອງ ໃຫ້ເອົາໃຈໃສ່ ແລະ ເພີ່ມທະວີຄວາມເປັນເຈົ້າການໃນປະສານງານ ແລະ ຈັດຕັ້ງປະຕິບັດວຽກງານ ໃນຂະແໜງການທີ່ຕົນເອງຮັບຜິດຊອບໃຫ້ຫລາຍຂຶ້ນກວ່າເກົ່າ ເພື່ອໃຫ້ສອດຄ່ອງກັບຄວາມຮຽກ ຮ້ອງຕ້ອງການໃນສະພາບຕົວຈິງ ຂອງການເຊື່ອມໂຍງ ແລະ ເຊື່ອມຈອດ ຂອງ ສປປ ລາວ ໃນປັດຈຸບັນ.


