ສະແດງຫຼັກຖານໃໝ່ ການຈະລາຈົນ ວັນທີ 6 ມັງກອນ ທີ່ອາຄານລັດຖະສະພາ ສະຫະລັດອາເມລິກາ

ໃນວັນທີ່ສອງຂອງການພິຈາລະນາ ຖອດຖອນອະດີດປະທານາທິບໍດີ ໂດນັລ ທຣຳ ຄະນະຜູ້ດຳເນີນການຖອດຖອນ ໄດ້ນຳສະເໜີ ພາບວີດີໂອຊຸດໃໝ່ ເປັນຫຼັກຖານຊີ້ໃຫ້ເຫັນ ເຖິງການຮຸນແຮງ ໂຫດຮ້າຍທີ່ເກີດຂຶ້ນລະຫວ່າງ ການຈະລາຈົນໃນອາຄານລັດຖະສະພາສະຫະລັດເມື່ອວັນທີ 6 ມັງກອນທີ່ຜ່ານມາ ເພື່ອຂັດຂວາງການປະກາດຮັບຮອງໄຊຊະນະຂອງ ໂຈໄບເດັນ ໃນການເລືອກຕັ້ງຢ່າງເປັນທາງການ.
ທີມກົດໝາຍຂອງທຣຳ ມີກຳນົດຖະແຫຼງຂໍ້ແກ້ຕ່າງໃນວັນທີ 12-13 ກຸມພານີ້ ເປັນເວລາ 16 ຊົ່ວໂມງ ແລະ ຫຼັງຈາກນັ້ນວຸດທິສະພາຈະລົງຄະແນນສຽງວ່າຈະພົ້ນໂທດ ຫຼື ລົງໂທດ ທຣຳ ໃນຕົ້ນອາທິດໜ້າ. ມີພຽງພັກຣີພັບຣິກັນ 6 ຄົນເທົ່ານັ້ນທີ່ລົງຄະແນນເຫັນດີໃຫ້ດຳເນີນການພິຈາລະນາຄະດີຖອດຖອນຫ່າງຈາກຈຳນວນສະມາຊິກວຸດທິສະພາຣີພັບຣີກັນທີ່ຕ້ອງການຢ່າງໜ້ອຍ 17 ສຽງໃນການລົງມະຕິເອົາຜິດທຣຳ.
