ຣັດເຊຍຜະເຊີນອາກາດໜາວຕິດລົບ 30 ອົງສາ

ຣັດ​ເຊຍ​ຜະ​ເຊີນ​ອາກາດ​ໜາວຢ່າງ​ຮຸນ​ແຮງ ຈົນ​ປະຊາຊົນ​​ໄດ້​ນຳ​ເອົາ​ນ້ຳມາ​ສາດ​ໃນ​ອາກາດ ຈົນ​ກາຍ​ເປັນ​ເກັດ​ນ້ຳກ້ອນ​ແຂງ​ໂຕ​ຢ່າງ​ງົດ​ງາມ ​ໂດຍ​ອຸນຫະພູມ​ຢູ່ຣັດ​ເຊຍ ຕິດ​ລົບ​ກວ່າ 30 ອົງສາ. ປັດຈຸບັນ​ຈຶ່ງ​ມີ​ເທຣນທີ່​ນິຍົມ​ກັນ​ເປັນ​ຈຳນວນ​ຫລາຍ​ໃນ​ສັງຄົມ​ອອນ​ລາຍຣັດ​ເຊຍ​ຄື ບັນດາ​ໄວ​ໜຸ່ມ​ຊາວຣັດ​ເຊຍ ​ໄດ້​ນຳ​ເອົາ​ນ້ຳທີ່​ຕົ້ນຈົນ​ຮ້ອນ ມາ​ສາດ​ໃຫ້​ກະຈາຍ​ກາງ​ອາກາດ ​ເປັນ​ຮູບ​ຢົດ​ນ້ຳງົດ​ງາມ​ແບບ​ທີ່​ເຫັນ.