WHO-UNICEF ຮຽກຮ້ອງໃຫ້ທົ່ວໂລກເຂົ້າເຖິງວັກຊີນຕ້ານໂຄວິດ-19 ຢ່າງເປັນທຳ ຫລັງປະເທດລາຍໄດ້ໜ້ອຍຈຳນວນຫລາຍຍັງບໍ່ໄດ້ສັກວັກຊີນ

ວັນທີ 11 ກຸມພາ 2021, ທ່ານ ດຣ. ທີໂດຣ ອັດຮານອມ ກີບຣີເຍຊຸສ ຜູ້ອຳນວຍການອົງການອະນາໄມໂລກ (WHO) ແລະ ທ່ານ ເຮນເຣຍຕາ ໂຟ ຜູ້ອຳນວຍການອົງການທຶນເພື່ອເດັກແຫ່ງສະຫະປະຊາຊາດ (UNICEF) ອອກຖະແຫລງການຮ່ວມຮຽກຮ້ອງໃຫ້ທົ່ວໂລກເຂົ້າເຖິງວັກຊີນຕ້ານໂຄວິດ-19 ຢ່າງເປັນທຳ ຫລັງຈາກຜ່ານມາ ປະເທດທີ່ມີລາຍໄດ້ສູງສາມາດເຂົ້າເຖິງວັກຊີນ ແລະ ເລີ່ມຕົ້ນສັກວັກຊີນຕ້ານໂຄວິດ-19 ໃຫ້ພົນລະເມືອງພາຍໃນປະເທດແລ້ວ, ຂະນະທີ່ຍັງມີປະເທດລາຍໄດ້ໜ້ອຍອີກຈຳນວນຫລາຍທີ່ຍັງບໍ່ໄດ້ຮັບວັກຊີນ ແລະ ສັກໃຫ້ພົນລະເມືອງຂອງຕົນພຽງແຕ່ໂດສດຽວ.
ຜ່ານມາມີວັກຊີນທີ່ໄດ້ຮັບການແຈກຢາຍ ແລະ ສັກໄປແລ້ວຫລາຍກວ່າ 128 ລ້ານໂດສ ສ່ວນຫລາຍຢູ່ປະເທດມະຫາອຳນາດທີ່ມີເງິນທຶນຈຳນວນຫລາຍ. ຂະນະທີ່ເກືອບ 130 ປະເທດທີ່ມີພົນລະເມືອງປະມານ 2,5 ພັນລ້ານຄົນ ຍັງບໍ່ສາມາດເຂົ້າເຖິງວັກຊີນ ແລະ ເລີ່ມສັກວັກຊີນໃຫ້ພົນລະເມືອງ. WHO ແລະ UNICEF ຈຶ່ງຮຽກຮ້ອງໃຫ້ມີການຖ່າຍທອດເຕັກໂນໂລຊີການຜະລິດວັກຊີນ ເພື່ອຂະຫຍາຍຖານການຜະລິດໃຫ້ພຽງພໍຕໍ່ຄວາມຕ້ອງການຂອງພົນລະເມືອງໂລກ.
ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ສະສົມແລ້ວຫລາຍກວ່າ 107 ລ້ານຄົນ, ປິ່ນປົວເຊົາແລ້ວ 79.841.901 ຄົນ ຫລື ປະມານ 74% ຂອງຜູ້ຕິດເຊື້ອທັງໝົດ, ເສຍຊີວິດແລ້ວ 2.352.063 ຄົນ, ພົບຜູ້ຕິດເຊື້ອແລ້ວຢ່າງໜ້ອຍ 186 ຈາກ 193 ປະເທດທົ່ວໂລກ.

