ອາເມລິກາມອບເງິນ 639 ລ້ານໂດລາ ຊ່ວຍກຸ່ມປະເທດອຶດຫິວ

ປະທານາທິບໍດີອາເມລິກາກ່າວຕໍ່ກອງປະຊຸມກຸ່ມ G20 ມອບເງິນຊ່ວຍເຫລືອດ້ານມະນຸດສະທຳ 639 ລ້ານໂດລາສະຫະລັດ ໃຫ້ແກ່ນີເຊລີ, ເຢເມນ, ໂຊມາລີ ແລະ ຊູດັງໃຕ້ ເຊິ່ງກຳລັງປະສົບສະພາບອຶດຫິວ.
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຮຳບົວ ປະເທດເຢຍລະມັນ ໃນວັນທີ 9 ກໍລະກົດນີ້ວ່າ: ປະທານາທິບໍດີ ໂດນັນ ທຣຳ ກ່າວຕໍ່ກອງປະຊຸມກຸ່ມປະເທດເສດຖະກິດຂະໜາດໃຫຍ່ (G20) ຢູ່ເມືອງຮຳບົວ ໃນວັນທີ 8 ກໍລະກົດວ່າ: ລັດຖະບານວໍຊິງຕັນກຽມມອບເງິນຊ່ວຍເຫລືອດ້ານມະນຸດສະທຳມູນຄ່າ 639 ລ້ານໂດລາສະຫະລັດ ໃຫ້ແກ່ 4 ປະເທດທີ່ກຳລັງປະສົບບັນຫາອຶດຫິວ ຄືນີເຊລີ, ເຢເມນ, ໂຊມາລີ ແລະ ຊູດັງໃຕ້ ໂດຍຈະເປັນການບໍລິຈາກຜ່ານໂຄງການອາຫານໂລກ (WFP) ເຊິ່ງເງິນຈຳນວນດັ່ງກ່າວຄິດເປັນ 1 ໃນ 3 ຂອງງົບປະມານທີ່ WFP ກຳລັງຕ້ອງການໃນປີນີ້.
ທັງນີ້, ການປະກາດມອບການຊ່ວຍເຫລືອດ້ານມະນຸດສະທຳຂອງລັດຖະບານ ທຣຳ ຕໍ່ 4 ປະເທດ ເຊິ່ງຊູດັງໃຕ້ຈະໄດ້ຮັບຫລາຍທີ່ສຸດ 199 ລ້ານໂດລາສະຫະລັດ ສ້າງຄວາມປະຫລາດໃຈໃຫ້ແກ່ຫລາຍຝ່າຍ ເນື່ອງຈາກຜູ້ນຳອາເມລິກາກຳລັງຕ້ອງການຕັດງົບປະມານຂອງກະຊວງການຕ່າງປະເທດທີ່ເປັນໜ່ວຍງານເບິ່ງແຍງສຳນັກງານຊ່ວຍເຫລືອດ້ານມະນຸດສະທຳໂດຍກົງລົງສູງເຖິງ 1 ໃນ 3 ໃນແຜນງົບປະມານປີ 2018 ຕາມນະໂຍບາຍ “ອາເມລິກາຕ້ອງມາກ່ອນ”.
ຂະນະທີ່ລາຍງານຂອງ WFP ລະບຸອີກວ່າ: ປັດຈຸບັນມີປະຊາກອນໃນໂລກປະມານ 109 ລ້ານຄົນກຳລັງຕ້ອງການການຊ່ວຍເຫລືອດ້ານອາຫານ ເພີ່ມຂຶ້ນຈາກສະຖິຕິໃນປີຜ່ານມາເຊິ່ງມີ 80 ລ້ານຄົນ ໂດຍຜູ້ທີ່ໄດ້ຮັບຄວາມເດືອດຮ້ອນສ່ວນຫລາຍອາໄສຢູ່ພື້ນທີ່ປະສົບໄພ 13 ແຫ່ງໃນໂລກ, ແຕ່ພື້ນທີ່ 10 ແຫ່ງຈາກຈຳນວນດັ່ງກ່າວເປັນພື້ນທີ່ປະສົບໄພທີ່ເກີດຂຶ້ນຈາກ “ຝີມືມະນຸດ”.

