ຄອງໂກ ພົບອີໂບລາລະບາດ ເລັ່ງສະກັດເຊື້ອກໍລະນີໃໝ່ຮອບ 3 ເດືອນ

ເຈົ້າໜ້າທີ່ສາທາລະນະສຸກຄອງໂກໄດ້ຢືນຢັນກໍລະນີຄົນຕິດເຊື້ອອີໂບລາ ຄົນທີ 4 ຫລັງພົບມີຜູ້ຍິງຄົນໜຶ່ງເສຍຊີວິດໃນເມືອງບູເທມໂບ ແຂວງຄິວູ ທາງພາກເໜືອຂອງປະເທດ ໃນວັນທີ 3 ກຸມພາຜ່ານມາ ຫລັງບໍ່ສະບາຍ ແລະ ໄປກວດເຊື້ອຢູ່ຄລີນິກ ແລະ ເສຍຊີວິດກ່ອນຈະຮູ້ຜົນກວດເຊື້ອ.
ໂດຍຕອນນີ້ ລັດຖະບານຄອງໂກໄດ້ເລັ່ງຕິດຕາມກວດສອບທຸກຄົນທີ່ຕິດຕໍ່ສຳຜັດຜູ້ຍິງຄົນນີ້ ເພື່ອສະກັດການແຜ່ລະບາດໃຫ້ໄວທີ່ສຸດ ຖືເປັນການລະບາດຮອບທີ 12 ຢູ່ຄອງໂກ ຫລັງຈາກພົບເຊື້ອໄວຣັສອີໂບລາຄັ້ງທຳອິດເມື່ອ 45 ປີກ່ອນ ແລະ ເກີດຂຶ້ນຫລັງຄອງໂກຫາກໍປະກາດຢ່າງເປັນທາງການວ່າ: ການລະບາດຮອບທີ 11 ທາງພາກຕາເວັນຕົກຂອງປະເທດຫາກໍສິ້ນສຸດລົງບໍ່ຮອດສາມເດືອນ ເຊິ່ງຄັ້ງນັ້ນມີຜູ້ຕິດເຊື້ອ 130 ຄົນ, ເສຍຊີວິດ 55 ຄົນ.

