ປະທານາທິບໍດີໄຟແຮງ, ພຽງສອງອາທິດທຳອິດ ຮັບຕຳແໜ່ງລົງນາມຄຳສັ່ງໄປແລ້ວ 28 ສະບັບ.

ໃນຊ່ວງສອງອາທິດທຳອິດຫຼັງຈາກ ໂຈໄບເດັນ ເຂົ້າຮັບຕຳແໜ່ງປະທານາທິບໍດີສະຫະລັດ ໄດ້ລົງນາມໃນຄຳສັ່ງຝ່າຍບໍລິຫານໄປແລ້ວ 28 ສະບັບ ຊຶ່ງເກືອບຈະເທົ່າກັບປະທານາທິບໍດີ ແຟຣງກລີນ ໂຣສະເວລ ທີ່ລົງນາມຄຳສັ່ງເຖິງ 30 ສະບັບໃນຊ່ວງເດືອນທຳອິດທີ່ເຂົາຮັບຕຳແໜ່ງ ສົ່ງຜົນໃຫ້ໄບເດັນ ກາຍເປັນປະທານາທິບໍດີ ທີ່ຫ້າວຫັນທີ່ສຸດ ນັບຕັ້ງແຕ່ຊ່ວງປີ 1930 ເປັນຕົ້ນມາ.

ນອກຈາກຄຳສັ່ງພິເສດທາງຝ່າຍບໍລິຫານທັງ 28 ສະບັບແລ້ວ ໄບເດັນຍັງລົງນາມໃນປະກາດສາລະບານຍັດຕິ 4 ສະບັບ, ບັນທຶກຄວາມຕົກລົງປະທານາທິບໍດີ 10 ສະບັບ ແລະ ຂຽນຈົດໝາຍ 2 ສະບັບ ກັບໄປເຂົ້າຮ່ວມສະມາຊິກອົງການອະນາໄມໂລກ ແລະ ຂໍ້ຕົກລົງປາຣີ.

ຢ່າງໃດກໍຕາມ ຄຳສັ່ງພິເສດຝ້າຍບໍລິຫານບໍ່ສາມາດເຮັດເປັນກົດໝາຍສະບັບໃໝ່ໄດ້ ແຕ່ຕ້ອງຢູ່ພາຍໃຕ້ຂໍ້ບັງຄັບຂອງລັດຖະທຳມະນູນທີ່ມີຢູ່ ໂດຍສັ່ງການໃຫ້ໜ່ວຍງານຝ່າຍຕ່າງໆ ເຮັດໃນສິ່ງທີ່ຕົນເອງມີອຳນາດຢູ່ແລ້ວ ແລະ ສ່ວນໃຫ່ຍຈະເປັນຄຳສັ່ງຍົກເລີກນະໂຍບາຍຂອງປະທານາທິບໍດີຄົນກ່ອນໜ້າກໍຄື ການກະທຳຂອງໄບເດັນພຸ່ງເປົ້າໄປທີ່ນະໂຍບາຍຂອງໂດນັລທຣຳ ໃນຊ່ວງເຂົ້າເປັນປະທານາທິບໍດີ.