WHO ຄາດການແຈກຢາຍວັກຊີນໂຄວິດ-19 ໂຄງການ COVAX ຊຸດທຳອິດ ອາຊຽນໄດ້ຮັບເກືອບຄົບທຸກປະເທດ ຍົກເວັ້ນໄທ

ກຸ່ມພັນທະມິດການຮ່ວມມືດ້ານວັດຕະກຳເພື່ອຮັບມືພະຍາດລະບາດ (The Coalition for Epidemic Preparedness Innovations: CEPI) ພ້ອມອົງກອນພັນທະມິດວັກຊີນກາວີ (Gavi, the Vaccine Alliance) ແລະ ອົງການອະນາໄມໂລກ (WHO) ໃນຖານະຜູ້ນຳໂຄງການເພື່ອການເຂົ້າເຖິງວັກຊີນໂຄວິດ-19 ຢ່າງເທົ່າທຽມທົ່ວໂລກ ຫລື COVAX ຮ່ວມກັບຄູ່ຮ່ວມມືສຳຄັນໃນການຈັດສົ່ງວັກຊີນຄື UNICEF ໄດ້ເຜີຍແຜ່ຂໍ້ມູນເບື້ອງຕົ້ນຊຸດທຳອິດຂອງການຄາດຄະເນການແຈກຢາຍວັກຊີນໂຄວິດ-19 ໃນພາກພື້ນຕ່າງໆທົ່ວໂລກ.
ຂໍ້ມູນດັ່ງກ່າວ ລວມທັງການແຈກຢາຍວັກຊີນ 240 ລ້ານໂດສ ຈາກ AstraZeneca/Oxford ທີ່ໄດ້ໃຫ້ສິດທິບັດໃນການຜະລິດແກ່ບໍລິສັດ, ສະຖາບັນເຊຣຳແຫ່ງອິນເດຍ ຫລື SII (ເອີ້ນຫຍໍ້ວ່າ AZ/SII) ແລະ ວັກຊີນອີກ 96 ລ້ານໂດສ ຈາກ AstraZeneca/Oxford (ເອີ້ນຫຍໍ້ວ່າ AZ) ທີ່ອົງກອນພັນທະມິດວັກຊີນກາວີ ເຮັດຂໍ້ຕົກລົງສັ່ງຊື້ລ່ວງໜ້າກັບ AstraZeneca ແລະ ມີກຳນົດຈັດສົ່ງໃນໄຕມາດທີ 1 ແລະ 2 ຂອງປີນີ້ ໂດຍຄາດວ່າຈະເລີ່ມຕົ້ນໄດ້ນັບແຕ່ເດືອນກຸມພາ.
ເຊິ່ງນອກຈາກນີ້ ຍັງມີການແຈກຢາຍວັກຊີນຊຸດທຳອິດຈຳນວນ 1,2 ລ້ານໂດສ ຈາກບໍລິສັດ Pfizer-BioNTech ທີ່ WHO ຂຶ້ນບັນຊີອະນຸມັດໃຫ້ນຳໃຊ້ສຸກເສີນໄປແລ້ວ ແລະ ຄາດວ່າຈະຈັດສົ່ງໄດ້ໃນໄຕມາດທຳອິດຂອງປີນີ້.
ໂດຍປະເທດທີ່ຄາດວ່າຈະໄດ້ຮັບການແຈກຢາຍວັກຊີນສູງສຸດ ແບ່ງເປັນ ອິນເດຍ 97.164.000 ໂດສ (AZ/SII), ປາກິດສະຖານ 17.160.000 ໂດສ (AZ/SII), ໄນຈີເຣຍ 16.008.000 ໂດສ (AZ/SII).
ສ່ວນພາກພື້ນອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ ມີຫລາຍປະເທດທີ່ຄາດວ່າຈະໄດ້ຮັບການແຈກຢາຍວັກຊີນຈາກໂຄງການ COVAX (ຍົກເວັ້ນໄທທີ່ບໍ່ປາກົດໃນຂໍ້ມູນການຄາດຄະເນ) ໄດ້ແກ່:
ບຣູໄນ: ໄດ້ຮັບວັກຊີນຈາກ AZ ຈຳນວນ 100.800 ໂດສ
ກຳປູເຈຍ: ໄດ້ຮັບວັກຊີນຈາກ AZ/SII ຈຳນວນ 1.296.000 ໂດສ
ສປປ ລາວ: ໄດ້ຮັບວັກຊີນຈາກ AZ/SII ຈຳນວນ 564.000 ໂດສ
ມາເລເຊຍ: ໄດ້ຮັບວັກຊີນຈາກ AZ ຈຳນວນ 1.624.800 ໂດສ
ອິນໂດເນເຊຍ: ໄດ້ຮັບວັກຊີນຈາກ AZ ຈຳນວນ 13.708.800 ໂດສ
ມຽນມາ: ໄດ້ຮັບວັກຊີນຈາກ AZ/SII ຈຳນວນ 4.224.000 ໂດສ
ຟີລິບປິນ: ໄດ້ຮັບວັກຊີນຈາກ AZ ຈຳນວນ 5.500.800 ໂດສ ແລະ Pfizer-BioNTech 117.000 ໂດສ
ສິງກະໂປ: ໄດ້ຮັບວັກຊີນຈາກ AZ ຈຳນວນ 288.000 ໂດສ
ຫວຽດນາມ: ໄດ້ຮັບວັກຊີນຈາກ AZ ຈຳນວນ 4.886.400 ໂດສ
ທັງນີ້, ປະລິມານວັກຊີນທີ່ຄາດວ່າຈະແຈກຢາຍທັງໝົດ ປະມານ 3,3% ຂອງປະຊາກອນໃນ 145 ປະເທດທີ່ເຂົ້າຮ່ວມ. ຂະນະທີ່ຂໍ້ມູນທັງໝົດ ອ້າງອີງຈາກການຄາດຄະເນປະລິມານວັກຊີນໂຄວິດ-19 ທົ່ວໂລກທີ່ເຜີຍແຜ່ກ່ອນໜ້ານີ້ ເຊິ່ງປະກາດຫລ້າສຸດນີ້ ມີຂຶ້ນບໍ່ຮອດສອງອາທິດຫລັງການປະກາດຂໍ້ຕົກລົງສັ່ງຊື້ວັກຊີນລ່ວງໜ້າກັບ Pfizer / BioNTech ແລະ ໜ້ອຍກວ່າໜຶ່ງເດືອນຫລັງວັກຊີນໂຄວິດ-19 ຊະນິດທຳອິດໄດ້ຮັບການອະນຸມັດຈາກອົງການອະນາໄມໂລກພາກພື້ນເອີຣົບ (WHO/Europe).

