ເມືອງສັງທອງເພີ່ມທະວີສະກັດກັ້ນໄຟລາມປ່າ

ໃນລະດູແລ້ງນີ້ ອາດມີຄວາມສ່ຽງໃຫ້ເກີດອັກຄີໄພໄດ້ງ່າຍ. ດັ່ງນັ້ນ ອຳນາດການປົກຄອງເມືອງສັງທອງ ນະຄອນຫລວງວຽງຈັນ ຈຶ່ງໄດ້ວາງມາດຕະການຢ່າງເຂັ້ມງວດ ເພື່ອປ້ອງກັນ ແລະ ສະກັດກັ້ນໄຟໄຫມ້ລາມປ່າທີ່ອາດຈະເກີດຂຶ້ນພາຍໃນເມືອງຂອງຕົນ ໂດຍສະເພາະຢູ່ເຂດປ່າສະຫງວນພູພະນັງທີ່ເຄີຍເກີດຂຶ້ນມາແລ້ວໃນໄລຍະຜ່ານມາ.
ທ່ານ ສີສຸພັນ ບຸນສະເໝີ ຫົວຫນ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສັງທອງ ໃຫ້ຮູ້ວ່າ: ໃນແຕ່ລະປີຜ່ານມານີ້ກໍມັກເກີດມີໄຟໄຫມ້ລາມປ່າຢູ່ໃນເມືອງຂອງຕົນເປັນປະຈໍາ ສາເຫດຫລັກກໍແມ່ນການຈູດປ່າເພື່ອລ່າສັດ, ເພື່ອທໍາການຜະລິດ ແລະ ອື່ນໆ ໃນນີ້ເສຍຫາຍຫລາຍກວ່າຫມູ່ແມ່ນໄຟລາມປ່າທີ່ເກີດຂຶ້ນເມື່ອປີ 2019 ຜ່ານມາ ເຮັດໃຫ້ປ່າໄມ້ເສຍຫາຍຫລາຍຮ້ອຍເຮັກຕາ. ດັ່ງນັ້ນ ໃນປີນີ້ ອົງການປົກຄອງເມືອງໄດ້ແຕ່ງຕັ້ງຄະນະຮັບຜິດຊອບປ້ອງກັນໄຟໄຫມ້ລາມປ່າ ຊຶ່ງລວມມີຫລາຍຂະແຫນງການເຂົ້າຮ່ວມ ນັບທັງປະຊາຊົນຢູ່ບັນດາບ້ານທີ່ມີຄວາມສ່ຽງເກີດໄຟລາມປ່າເຂົ້າມາມີສ່ວນຮ່ວມອີກດ້ວຍ, ພ້ອມນີ້ ຍັງໄດ້ກະກຽມດ້ານງົບປະມານ ແລະ ອຸປະກອນຮັບໃຊ້ທີ່ຈໍາເປັນອື່ນໆອີກ.
ທ່ານ ສີສຸພັນ ໃຫ້ຮູ້ອີກວ່າ: ໄປພ້ອມໆກັບການໂຄສະນາເຜີຍແຜ່ບັນດານິຕິກຳຕ່າງໆກ່ຽວກັບການປ້ອງກັນໄຟລາມປ່າແລ້ວ, ອົງການປົກຄອງເມືອງ ຍັງໄດ້ຈັດສົ່ງພະນັກງານຂອງຕົນທີ່ລົງກໍ່ສ້າງຮາກຖານການເມືອງນັ້ນໃຫ້ເອົາໃຈໃສ່ປຸກລະດົມປະຊາຊົນເອົາໃຈໃສ່ໃນການປ້ອງກັນ ແລະ ສະກັດກັ້ນອັກຄີໄພຢູ່ເຂດມີຄວາມສ່ຽງກໍ່ໃຫ້ເກີດໄຟລາມປ່າ ແລະ ບ້ານເຮືອນຂອງຕົນນຳດ້ວຍ. ແຕ່ເຖິງຢ່າງໃດກໍຕາມ ເພື່ອຮັບປະກັນບໍ່ໃຫ້ໄຟລາມປ່າເກີດຂຶ້ນນັ້ນມັນຮຽກຮ້ອງໃຫ້ທຸກຄົນໃນສັງຄົມ ໂດຍສະເພາະຜູ້ທີ່ອາໄສຢູ່ເຂດທີ່ເຄີຍເກີດໄຟລາມປ່າ ຕ້ອງມີສະຕິປະຕິບັດຕາມແຈ້ງການຂອງຂັ້ນເທີງ ກໍຄືຄຳແນະນໍາຂອງເມືອງວາງອອກໃຫ້ເຂັ້ມງວດທີ່ສຸດ.


