ຜູ້ຊ່ຽວຊານອົງການອະນາໄມໂລກ ລົງພື້ນທີ່ສະຖາບັນໄວຣັສວິທະຍາອູ່ຮັ່ນ

ຜູ້ຊ່ຽວຊານອົງການອະນາໄມໂລກ ລົງພື້ນທີ່ກວດສອບສະຖາບັນໄວຣັສວິທະຍາໃນເມືອງອູ່ຮັ່ນຂອງຈີນ ເຊິ່ງຖືກອະດີດລັດຖະບານອາເມລິກາ ກ່າວຫາເປັນຕົ້ນຕໍແຜ່ໄວຣັສໂຄວິດ-19 ໂດຍທີມຜູ້ຊ່ຽວຊານຊີ້ມີຫລາຍຄຳຖາມທີ່ໜ້າສົນໃຈ.
ວັນທີ 3 ກຸມພາ 2021, ສຳນັກຂ່າວຣອຍເຕີລາຍງານວ່າ: ຜູ້ຊ່ຽວຊານອິດສະລະຈາກອົງການອະນາໄມໂລກ ເຊິ່ງເດີນທາງລົງພື້ນທີ່ເມືອງອູ່ຮັ່ນຂອງຈີນ ເພື່ອສຳຫລວດຕົ້ນຕໍການລະບາດຂອງພະຍາດໂຄວິດ-19 ໄດ້ເດີນທາງໄປກວດສອບສະຖາບັນໄວຣັສວິທະຍາໃນເມືອງອູ່ຮັ່ນ ສະຖານທີ່ທີ່ຫລາຍຝ່າຍ ໂດຍສະເພາະທ່ານ ໂດນັລ ທຣຳ ອະດີດປະທານາທິບໍດີອາເມລິກາ ກ່າວຫາວ່າ: ໄວຣັສໂຄວິດ-19 ອາດຈະຫລຸດມາຈາກຫ້ອງແລັບຂອງສະຖາບັນດັ່ງກ່າວ.
ລາຍງານລະບຸວ່າ: ທີມຜູ້ຊ່ຽວຊານຂອງອົງການອະນາໄມໂລກໃຊ້ເວລາລົງພື້ນທີ່ພາຍໃນສະຖາບັນດັ່ງກ່າວເປັນເວລາ 3 ຊົ່ວໂມງເຄິ່ງ ໂດຍຫລັງຈາກການສຳຫລວດສຳເລັດ, ທ່ານ ເທຍຟິສເຊີ ໜຶ່ງໃນຜູ້ຊ່ຽວຊານເປີດເຜີຍວ່າ: ມີຫລາຍຢ່າງທີ່ໜ້າສົນໃຈ ແລະ ມີຄຳຖາມຈຳນວນຫລາຍ ຫລັງຈາກຖືກນັກຂ່າວຖາມວ່າ: ຄົ້ນພົບຫຍັງພາຍໃນສະຖາບັນໄວຣັສວິທະຍາແຫ່ງນີ້ ຫລື ບໍ່.
ຂະນະທີ່ທ່ານ ປີເຕີ ແດສແຊກ ຜູ້ຊ່ຽວຊານອີກຄົນໜຶ່ງລະບຸວ່າ: ທີມຜູ້ຊ່ຽວຊານຄາດຫວັງໃນການລົງພື້ນທີ່ໃນມື້ຕໍ່ໆໄປ ເພື່ອພົບກັບຜູ້ຄົນ ແລະ ສອບຖາມຄຳຖາມສຳຄັນຫລາຍຂໍ້ທີ່ຕ້ອງການຄຳຕອບ.
ສ່ວນສະຖານີໂທລະພາບ CGTN ສື່ຂອງຈີນລາຍງານການລົງພື້ນທີ່ໃນຄັ້ງນີ້ວ່າ: ທີມຜູ້ຊ່ຽວຊານໄດ້ແລກປ່ຽນຄຳຄິດເຫັນກັບຜູ້ຊ່ຽວຊານພາຍໃນສະຖາບັນໄວຣັສວິທະຍາກ່ຽວກັບການເຮັດວຽກໃນແຕ່ລະວັນ ລວມທັງການຮ່ວມມືລະຫວ່າງສະຖາບັນກັບອົງການນາໆຊາດ.
ສຳລັບສະຖາບັນໄວຣັສວິທະຍາໃນເມືອງອູ່ຮັ່ນຂອງຈີນແຫ່ງນີ້ ຖືເປັນສະຖາບັນວິໄຈດ້ານໄວຣັສທີ່ມີລະບົບຄວາມປອດໄພສູງສຸດ ມີຈຸດປະສົງໃນການສ້າງຕັ້ງເພື່ອສຶກສາໄວຣັສ ຫລັງເກີດການລະບາດຂອງພະຍາດ SARS ໃນອາຊີ ໄລຍະປີ 2002-2003.
ເຖິງວ່າຈະມີນັກວິທະຍາສາດຫລາຍຄົນເຊື່ອວ່າ: ຈຸດເລີ່ມຕົ້ນການລະບາດໃນມະນຸດຂອງໄວຣັສໂຄວິດ-19 ອາດຈະມາຈາກສັດ, ແຕ່ລັດຖະບານອາເມລິກາ ໃນສະໄໝອະດີດປະທານາທິບໍດີ ໂດນັລ ທຣຳ ກ່າວຫາສະຖາບັນໄວຣັສວິທະຍາໃນເມືອງອູ່ຮັ່ນວ່າ: ເປັນຕົ້ນຕໍການລະບາດຂອງພະຍາດໂຄວິດ-19 ຜ່ານການທີ່ໄວຣັສຫລຸດອອກມາຈາກຫ້ອງທົດລອງ.
ໂດຍກ່ອນລັດຖະບານ ທຣຳ ຈະໝົດວາລະ, ກະຊວງຕ່າງປະເທດອາເມລິກາ ອອກຖະແຫລງການຊີ້ວ່າ: ໄວຣັສໂຄວິດ-19 ອາດມີຈຸດເລີ່ມຕົ້ນຈາກສັດກ່ອນແຜ່ເຊື້ອສູ່ມະນຸດຕາມທີ່ຫລາຍຝ່າຍຕັ້ງສົມມຸດໄວ້ກ່ອນໜ້ານີ້, ແຕ່ຖ້າເກີດກໍລະນີທີ່ເຊື່ອໄວຣັສໂຄວິດ-19 ຫລຸດອອກມາຈາກຫ້ອງທົດລອງ ແລ້ວມີນັກວິໄຈຕິດເຊື້ອໂດຍບໍ່ສະແດງອາການ ການແຜ່ລະບາດອາດມີສ່ວນຄືກັບພະຍາດລະບາດທີ່ເກີດຂຶ້ນຕາມທຳມະຊາດເຊັ່ນກັນ.
ຜ່ານມາລັດຖະບານຈີນຖືກຫລາຍຝ່າຍໂຈມຕີວ່າ: ໄຮ້ປະສິດທິພາບໃນການຄວບຄຸມພະຍາດລະບາດ ລວມທັງປົກປິດຂໍ້ມູນການລະບາດ ຈົນເຮັດໃຫ້ພະຍາດໂຄວິດ-19 ແຜ່ກະຈາຍເປັນພະຍາດລະບາດໄປທົ່ວໂລກ. ເຖິງຢ່າງໃດກໍຕາມ, ອົງການອະນາໄມໂລກຢືນຢັນວ່າ: ການສົ່ງເທີມຜູ້ຊ່ຽວຊານລົງພື້ນທີ່ເມືອງອູ່ຮັ່ນໃນຄັ້ງນີ້ ບໍ່ໄດ້ມີເປົ້າໝາຍເພື່ອກ່າວໂທດໃຜ, ແຕ່ຕ້ອງການສ້າງຄວາມເຂົ້າໃຈພະຍາດໂຄວິດ-19 ສຳລັບເປັນບົດຮຽນຮັບມືສະພາບພະຍາດລະບາດໃນອະນາຄົດ.

