ບໍລິໂພກຂ່າວໃນສື່ອອນລາຍ ຢ່າໄປຕົກຫລຸມສື່ອອນຫລອກ

ໂດຍ: ທິດກໍ່າ
ໃນໄລຍະນີ້ ເຫັນວ່າການໂຄສະນາຜ່ານສື່ອອນລາຍເພື່ອຊັກຊວນອວນຕ້ານກັນໄປເຂົ້າໃນກຸ່ມຫາລາຍໄດ້ແບບງ່າຍດາຍ ຫລືວ່າ ບໍ່ແນ່ນອນໝັ້ນຄົງນັ້ນ ແມ່ນມີຖົມເຖ ແລະ ນັບມື້ນັບຫລາຍ. ບາງບຸກຄົນ ຫລື ກຸ່ມຄົນກໍໂຄສະນາວ່າເປັນວິທີຊອກວຽກເຮັດງານທຳໃຫ້ຜູ້ວ່າງງານ ທັງບໍ່ມີລາຍຮັບ ຫລື ບໍ່ມີທຶນຮອນກໍສາມາດເຮັດໄດ້ ຂໍພຽງແຕ່ວ່າມີຄວາມອົດທົນ ແລະ ມີແຮງສູ້. ຖ້າຜູ້ໃດສົນໃຈຂໍໃຫ້ທັກມາຕິດຕໍ່ພົວພັນ ແລະ ບາງກຸ່ມກໍໃຫ້ໂອນເງິນເຂົ້າບັນຊີ ເພື່ອເຂົ້າເປັນສະມາຊິກກ່ອນ ແລ້ວທີ່ມາຂອງງານມັນຈະລາບລື່ນ ແລະ ອື່ນໆສາລະພັດຢ່າງ. ນອກຈາກນັ້ນ ກໍຍັງມີຫລາກຫລາຍຮູບການວິທີການທີ່ຊວນເຊື່ອ, ແຕ່ສຸດທ້າຍເມື່ອຫລາຍຄົນເຂົ້າໄປຄຸງເຖິງຕົວຈິງແລ້ວ ມັນກໍສ້ວຍເປັນລັກສະນະຄືຫາງຂີ້ໂກະ ຫລື ເວົ້າຢ່າງໜຶ່ງແມ່ນຄືຂີ້ແມວເຕັມກະດົ້ງ.
ທິດກໍ່າຂໍຍົກເອົາຕົວຢ່າງໜຶ່ງທີ່ໄດ້ເຫັນເຂົາໂຄສະນາໃນສື່ອອນລາຍວ່າ ລົງທຶນພຽງ 2 ແສນກວ່າກີບ ພາຍໃນ 3 ເດືອນໄດ້ຜົນຮັບຮອດ 100 ລ້ານກີບ ເຮັດໄປໄດ້ຫົກເດືອນກໍໄດ້ຮອດ 200 ລ້ານກີບ ບໍ່ນັບທັງເງິນເຂົ້າບັນຊີໃນແຕ່ລະມື້ ໃນແຕ່ລະໄລຍະ. ແຕ່ວ່າທາງເຈົ້າຂອງເຟສ (ຂໍສະຫງວນຊື່) ກໍບໍ່ໄດ້ບອກແຈ້ງວ່າລາຍຮັບເຫລົ່ານັ້ນມາຈາກທຸລະກິດອັນໃດ, ຢູ່ໃສ ແລະ ມີທີ່ໄປທີ່ມາແນວໃດ. ນີ້ເປັນພຽງຕົວຢ່າງໜຶ່ງທີ່ຢາກເຕືອນໃຫ້ຜູ້ບໍລິໂພກສື່ອອນລາຍທັງຫລາຍຕ້ອງໄດ້ພາກັນຄິດ ແລະ ພ້ອມກັນວິເຄາະເບິ່ງວ່າມັນມີແທ້ ຫລື ເວົ້າເກີນຄວາມເປັນຈິງ ເພາະສື່ອອນລາຍສະໄໝນີ້ ຄວາມຈິງກັບຄວາມເທັດມັນປົນເປກັນ ອັນສຳຄັນແມ່ນຂຶ້ນກັບຜູ້ບໍລິໂພກ.
ເມື່ອເອີ່ຍເຖິງແຫລ່ງຂໍ້ມູນຂ່າວສານຈາກສື່ອອນລາຍໃນສະໄໝນີ້ ມັນມີຫລາກຫລາຍສັບມະປິ ແລະ ໄວກວ່າຈະຫລວດຕັ້ງຫລາຍຮ້ອຍຫລາຍພັນເທົ່າ. ບັນດາແຫລ່ງຂ່າວເຫລົ່ານັ້ນ ມັນກໍມີຫລາຍຮູບຫລາຍສີສັນ, ຫລາຍຊ່ອງທາງໃຫ້ເລືອກ ສຸດແລ້ວແຕ່ຜູ້ຈະສັນຫາບໍລິໂພກ. ການບໍລິໂພກຂ່າວໃນສື່ອອນລາຍມັນກໍເຮັດໃຫ້ຄົນເຮົາມີຫລາຍຄວາມຮູ້ສຶກ ທັງອັນດີ ແລະ ອັນຮ້າຍ, ທັງຫລາຍແນວຄວາມຄິດ, ມີທັງອັນໂສກເສົ້າໂສກາ, ຕະຫລົກເຮຮາມ່ວນຊື່ນ ທັງເຫັນຂອງຫອມຂອງເໝັນ, ຂອງແທ້ຂອງປອມ, ບາງແຫລ່ງສື່ກໍໃຊ້ວິທີໂຄສະນາຕົວະຍົວະຫລອກລວງໃຫ້ຄົນເຮົາຫລົງເຊື່ອໄປແບບບໍ່ມີມູນຄວາມຈິງ ຫລື ເກີນເຫດ ເຊິ່ງແຫລ່ງຂ່າວປະເພດນີ້ເຂົາເອີ້ນວ່າ ຂ່າວປອມ ຫລືວ່າ ຂ່າວເທັດນັ້ນເອງ. ນີ້ຄືທີ່ມາຂອງຂໍ້ມູນຂ່າວສານໃນຍຸກ 4.0 ທີ່ພວມກິນໃຈຄົນໄປແຕ່ລະມື້ ແລະ ພວມຈະນັບມື້ກ້າວໄປສູ່ຍຸກ 5.0 ໃນຂະບວນວິວັດການຂະຫຍາຍຕົວຂອງເຕັກໂນໂລຊີ ກໍຄືການຂະຫຍາຍຕົວຂອງສັງຄົມມະນຸດໃນຍຸກໂລກາພິວັດ.
ແຕ່ວ່າແນວໃດກໍຕາມ, ການສະແຫວງຫາບັນດາຂໍ້ມູນຂ່າວສານຕ່າງໆທີ່ເປັນປະໂຫຍດແກ່ເຮົາ ໂດຍສະເພາະແມ່ນການບໍລິໂພກຂ່າວໃນສື່ອອນລາຍນັ້ນ ດີແທ້ພວກເຮົາຕ້ອງເສບຂ່າວທີ່ມີມູນຄວາມຈິງ ບໍ່ຄວນເຊື່ອ ແລະ ຫລົງໄຫລກັບການໂຄສະນາຊວນເຊື່ອທີ່ໄຮ້ປະໂຫຍດ ແລະ ບໍ່ມີຫລັກຖານຄວາມຈິງມາຢັ້ງຢືນ. ເມື່ອຕັ້ງໂຈດກັນວ່າ ເພື່ອຢາກບໍລິໂພກຂ່າວຄາວຈາກສື່ອອນລາຍທີ່ມີມູນຄວາມຈິງນັ້ນ ມັນມີຢູ່ໃສ ຄຳຕອບກໍຄື ຕ້ອງແມ່ນແຫລ່ງຂ່າວທີ່ມີສຳນັກຢ່າງຄັກແນ່ ຫລືບໍ່ ກໍຕ້ອງແມ່ນສື່ທີ່ໄດ້ລົງທະບຽບຮັບອະນຸຍາດຈາກທາງການເຊັ່ນ: ໃນປະເທດຂອງພວກເຮົາສຳນັກງານໃຫຍ່ກໍແມ່ນຂ່າວສານປະເທດລາວ, ຈາກສູນກາງ ແລະ ທ້ອງຖິ່ນ, ສ່ວນເປັນຂອງບຸກຄົນ ຫລື ນິຕິບຸກຄົນນັ້ນກໍໃຫ້ວິເຄາະ ແລະ ພິຈາລະນາຢ່າງຖີ່ຖ້ວນກ່ອນຈະກົດໄລ້, ກົດແຊຣ ຫລື ສົ່ງຂໍ້ຄວາມນັ້ນໆໄປຫາຜູ້ອື່ນ ທັງນີ້ກໍເພື່ອຫລີກເວັ້ນການບໍລິໂພກຂ່າວຈາກສື່ອອນລາຍບໍ່ໄປຕົກຢູ່ໃນຫລຸມຂອງສື່ອອນຫລອກທີ່ໄຮ້ປະໂຫຍດສຳລັບຕົວເຮົາເອງ.
