ຈີນບັນຈຸວິຊາ Live stream-ໄລ້ສົດຂາຍເຄື່ອງອອນລາຍເຂົ້າໃນຫລັກສູດການຮຽນແລ້ວ

ຈີນຫລິ່ງເຫັນຄວາມສຳຄັນຂອງການໄລ້ສົດ ເນື່ອງຈາກ Live stream ຫລື ໄລ້ສົດຢູ່ຈີນນັ້ນ ຖືເປັນອີກອາຊີບໜຶ່ງໃນການສ້າງລາຍໄດ້ທີ່ດີງາມ, ແຕ່ການໄລ້ສ້າງລາຍໄດ້ ບໍ່ແມ່ນວ່າຈະເຮັດໄດ້ ເພາະຖ້າເວົ້າບໍ່ເກັ່ງ, ບໍ່ມີລູກຫລິ້ນ ອາດບໍ່ໜ້າສົນໃຈ ເຮັດໃຫ້ຍອດຂາຍບໍ່ເພີ່ມຂຶ້ນ.
ເຮັດໃຫ້ຈີນຕ້ອງເປີດວິຊາ Live stream ໄວ້ໃນບົດຮຽນ ເພື່ອຊ່ວຍໃຫ້ນັກຮຽນມີທາງເລືອກໃນການສ້າງລາຍໄດ້ເພີ່ມຂຶ້ນ.
ໂດຍໂຮງຮຽນອາຊີວະໃນເມືອງເຖິງຊົງ ມົນທົນຢູນນານ ໄດ້ສ້າງຕັ້ງທຸລະກິດເຄື່ອງປະດັບລາຍໃຫຍ່ ເພື່ອຝຶກຄວາມສາມາດໃນການໄລ້ສົດ ແລະ ບໍ່ໄດ້ຈັດເປັນພຽງຫລັກສູດວິຊາຊີບຂັ້ນພື້ນຖານເທົ່ານັ້ນ, ແຕ່ຍັງຮ່ວມມືກັບບໍລິສັດເຄື່ອງປະດັບຢົກທີ່ມີຊື່ສຽງນຳອີກ.
ທາງໂຮງຮຽນກຽມຫ້ອງໄລ້ສົດໄວ້ທັງໝົດ 12 ຫ້ອງ ສຳລັບຝຶກອົບຮົມໄລ້ສົດ ແລະ ພຽງຫ້ອງດຽວສາມາດສ້າງຍອດຂາຍສະເລ່ຍຕໍ່ເດືອນໄດ້ຫລາຍກວ່າ 600.000 ຢວນ ເຊິ່ງເມື່ອນັກນັກຮຽນທີ່ຜ່ານການຝຶກອົບຮົມເຫລົ່ານີ້ ໄດ້ອອກໄປຜະເຊີນໂລກແຫ່ງການໄລ້ສົດແທ້ ຈະເຮັດໃຫ້ປະເທດຈີນເກີດການຄັດສັນນັກໄລ້ສົດໂດຍປະລິຍາຍ ແລະ ເຮັດໃຫ້ຕ້ອງປັບປຸງເນື້ອໃນໃນການໄລ້ສົດໃຫ້ດີ ແລະ ໜ້າສົນຫລາຍຂຶ້ນ ເພື່ອເຂົ້າສູ່ການແຂ່ງຂັນ ທັງນັກໄລ້ສົດໃນການຄ້າ ແລະ ແຂ່ງຂັນກັບນັກຮຽນທີ່ຜ່ານການຝຶກອົບຮົມມາແລ້ວ ເອີ້ນໄດ້ວ່າກວ່າຈະເປັນນັກໄລ້ສົດມືອາຊີບຕ້ອງຜ່ານການຝຶກຝົນຢ່າງໜັກ.
Cr: Backbone MCOT



