ໃຜຈະເປັນຜູ້ຖືກສະເໜີຊື່ໃຫ້ຮັບລາງວັນໂນເບລ ສາຂາສັນຕິພາບໃນປີນີ້?

ລາຍງານຂ່າວຕ່າງປະເທດວັນທີ 1 ກຸມພານີ້ ໃຫ້ຮູ້ວ່າ ຜູ້ທີ່ຖືກສະເໜີຊື່ຮັບລາງວັນໂນເບລ ໃນປີນີ້ ແມ່ນມີຫຼາຍພັນຄົນ ມາຈາກທົ່ວສາລະທິດໃນທົ່ວໂລກ, ຊຶ່ງໃນນັ້ນມີຊື່ຜູ້ນຳຝ່າຍຄ້ານຂອງລັດເຊຍ Alexei Navalny, ອົງການຈັດຕັ້ງອະນາໄມໂລກ ແລະ ນັກເຄື່ອນໄຫວເພື່ອສິ່ງແວດລ້ອມ ແລະ ດິນຟ້າອາກາດ Alexei Navalny, ອະດີດປະທານາທິບໍດີ ໂດນັລທຣຳ ກໍນອນຢູ່ໃນຈຳນວນທີ່ຖືກສະເໜີໃຫ້ໄດ້ຮັບລາງວັນ ໂນເບລ ໃນປີນີ້.
ຫົວໜ້າສະຖາບັນຄົ້ນຄວ້າ ສັນຕີພາບໂລກ Henrik Urdal ກ່າວວ່າ ບັນດານັກກົດໝາຍຂອງ ປະເທດ ນໍເວ ຈະເປັນຜູ້ເລືອກເອົາຜູ້ທີ່ໄດ້ຮັບລາງວັນ ຊຶ່ງເປັນປະເພນີມາແຕ່ປີ 2014, ຍົກເວັ້ນແຕ່ປີ 2019 ເທົ່ານັ້ນ.
ຄະນະກຳມະການ ນໍເວ ຈະເປັນພາກສ່ວນຕັດສິນວ່າຜູ້ໃດຈະໄດ້ຮັບລາງວັນ. ຄະນະນີ້ ຮັກສາຄວາມລັບລາຍຊື່ຜູ້ທີ່ຖືກສະເໜີໄດ້ຮັບລາງວັນເປັນເວລາ 50 ປີມາແລ້ວ ແຕ່ກໍມີຫຼາຍຄົນບໍ່ໄດ້ຮັບ.
ເຖິງຢ່າງໃດກໍຕາມ, ສຳນັກຂ່າວ ຣອຍເຕີ ໃຫ້ຮູ້ວ່າ ບັນດານັກກົດໝາຍຂອງ ນໍເວ ຄາດວ່າໃນຈຳນວນຜູ້ທີ່ຖືກສະເໜີຊື່ນຂຶ້ນໄປນັ້ນ ອາດຈະມີ Thunberg, Navalny, WHO ແລະ ໂຄງການ COVAX ເປັນຕົວເຕັງທີ່ຈະໄດ້ຮັບລາງວັນໂນເບລ ໃນປີນີ້.
