ຈີນ ມ້າງເຄືອຂ່າຍ ຜະລິດວັກຊີນໂຄວິດ-19ປອມ

ລາຍງານຈາກ ຊີນຫົວ ວັນທີ 2 ກຸມພານີ້ ໃຫ້ຮູ້ວ່າ ຕຳຫຼວດຈີນ ຢູ່ແຂວງ ຈຽງຊູ, ຊານຕົງ ແລະ ນະຄອນຫຼວງປັກກິງ ໄດ້ຈັບກຸມ 80 ຄົນ ທີ່ພົວພັນກັບເຄືອຂ່າຍຜະລິດວັກຊີນໂຄວິດ-19 ປອມ.
ນອກຈາກນີ້, ຕຳຫຼວດຈິນຍັງພົບວ່າ ນັບແຕ່ເດືອນ ກັນຍາ 2020 ເປັນຕົ້ນມາ, ບັນດາເປົ້າໝາຍດັ່ງກ່າວ ໄດ້ມີກຳໄລຢ່າງມະຫາສານຈາກການ ຮ່າຍນໍ້າເກືອເຂົ້າໃນຫຼອດ ແລ້ວ ນຳໄປສັກ ຫຼື ຂາຍໃນລາຄາແພງທົບຫຼາຍເທົ່າ.
ຂະນະນີ້, ຈີນ ກຳລັງເປີດການສັກວັກຊີນໃຫ້ກັບປະຊາຊົນ ຈາກ 2 ບໍລິສັດພາຍໃນປະເທດເຊັ່ນ: Sinovac ແລະ Sinopharm. ສອງບໍລິສັດນີ້ໃຫ້ຮູ້ວ່າ ວັກຊີນຂອງພວກເຂົາມີປະສິດທິພາບ ສູງເຖິງ 78%.

